ປີ 2023 ເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 230 ຕື້ກວ່າກີບ
ຕາມການລາຍງານຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2022 ຜ່ານມາ ແຂວງເຊກອງ ຈັດເກັບລາຍຮັບເຂົ້າງົບປະມານ (ພູດຂອງແຂວງ) ໄດ້ 149,48 ຕື້ກີບ ທຽບໃສ່ແຜນດັດແກ້ປະຕິບັດໄດ້ 130,34% ໃນນີ້ມີລາຍຮັບພາສີ-ສ່ວຍສາອາກອນ 123,25 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 123,17% ທຽບໃສ່ປີ…










