ທົ່ວໂລກຕິດເຊື້ອໝາກສຸກລີງແລ້ວ 1.900 ຄົນ ອົງການອະນາໄມໂລກເລັ່ງກວດສອບ ຫລັງພົບໄວຣັສໃນນ້ຳອະສຸຈິຂອງຜູ້ຕິດເຊື້ອ
ທົ່ວໂລກພົບຜູ້ຕິດເຊື້ອໝາກສຸກລີງ (Monkeypox) ເພີ່ມຂຶ້ນເຖິງ 1.900 ຄົນໃນ 30 ກວ່າປະເທດ, ອົງການອະນາໄມໂລກເລັ່ງກວດສອບ ຫລັງພົບເຊື້ອໄວຣັສໃນນ້ຳອະສຸຈິຂອງຜູ້ຕິດເຊື້ອ ຍັງບໍ່ຢືນຢັນເປັນພະຍາດຕິດຕໍ່ທາງເພດສຳພັນ. ຫລາຍປະເທດທົ່ວໂລກຍັງລາຍງານພົບຜູ້ຕິດເຊື້ອພະຍາດໝາກສຸກລີງເພີ່ມຂຶ້ນຕໍ່ເນື່ອງ ໂດຍອັງກິດ ເຊິ່ງເປັນປະເທດທຳອິດທີ່ອອກມາຢືນຢັນວ່າພົບການລະບາດໃນທ້າຍເດືອນເມສາ, ປັດຈຸບັນຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເຖິງ 500 ຄົນແລ້ວ. ຂະນະທີ່ອາເມລິກາ ມີຜູ້ຕິດເຊື້ອໃນປະເທດຫລາຍກວ່າ 70 ຄົນ…










