ບັງກະລາເທດ-ມຽນມາ ໄດ້ຮັບຜົນເສຍຫາຍໜັກ ຈາກອິດທິພົນຂອງພາຍຸໄຊໂຄນ ໂມຄາ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ວັນທີ 15 ພຶດສະພາ 2023 ນີ້ວ່າ: ພາຍຫລັງພາຍຸໄຊໂຄນໂມຄາ ເຊິ່ງກໍ່ຕົວໃນອ່າວເບັງກໍ ເຄື່ອນຕົວດ້ວຍຄວາມໄວລົມ 195 ກິໂລແມັດ/ຊົ່ວໂມງ ຂຶ້ນຝັ່ງລະຫວ່າງເມືອງ ຄ໊ອກ ບ່າຊາ ທາງຕາເວັນອອກສຽງໃຕ້ຂອງປະເທດ ແລະ ເມືອງ ຊິເຕເວ ເມືອງເອກຂອງລັດຍະໄຂ່ ພາກຕາເວັນຕົກຂອງມຽນມາ ໃນວັນອາທິດທີ່ຜ່ານມາ.

ສຳນັກງານຂ້າຫລວງຜູ້ລີ້ໄພແຫ່ງສະຫະປະຊາຊາດ ລາຍງານວ່າ: ທີ່ພັກອາໄສຂອງຜູ້ລີ້ໄພ ທີ່ເມືອງຄ໊ອກບາຊາ ໄດ້ຮັບຄວາມເສຍຫາຍປະມານ 400-500 ແຫ່ງ, ທັງນີ້ ບັງກະລາເທດໄດ້ອົບພະຍົບປະຊາຊົນປະມານ 750,000 ຄົນ, ເບື້ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍເປັນວົງກວ້າງ, ສ່ວນມຽນມາ ອົບພະຍົບປະຊາຊົນຫລາຍກວ່າ 100,000 ຄົນ ອອກຈາກພື້ນທີ່ສ່ຽງທີ່ເປັນເສັ້ນທາງຜ່ານຂອງພາຍຸ ແລະ ມີລາຍງານເກີດຄວາມເສຍຫາຍໃນຫລາຍພື້ນທີ່.

ຂະນະທີ່ສູນເຕືອນໄພໄຕ້ຝຸ່ນຂອງສະຫະລັດລາຍງານວ່າ: ພາຍຸໂມຄາ ສະສົມຄວາມໄວລົມໃນຊ່ວງໜຶ່ງໄດ້ທີ່ລະດັບສູງສຸດ 259 ກິໂລແມັດ/ຊົ່ວໂມງ ທຽບເທົ່າເຮີລິເຄນລະດັບ 5 ຕາມມາດມະການວັດແທກພາຍຸຊັບເຟີ-ຊິມສັນ ເຊິ່ງອາດຈະຮຸນແຮງກວ່າ ພາຍຸໄຊໂຄນ ຊິດ ທີ່ຖະຫລົ່ມບັງກະລາເທດ ໃນເດືອນພະຈິກ ປີ 2007 ເຮັດໃຫ້ປະຊາຊົນເສຍຊີວິດຫລາຍກວ່າ 3,000 ຄົນ.