ຜົນການເລືອກຕັ້ງທົ່ວປະເທດຂອງໄທ ຢ່າງບໍ່ເປັນທາງການ 5 ອັນດັບພັກການເມືອງທີ່ໄດ້ຄະແນນສູງສຸດ
ວັນທີ 14 ພຶດສະພາ 2023 ຜ່ານມາ, ໄທໄດ້ເປີດການເລືອກຕັ້ງ ສະມາຊິກສະພາຜູ້ແທນ ລາສະດອນ (ສສ) ຊຸດໃໝ່ ທົ່ວປະເທດ ໂດຍມີສະຖານທີ່ປ່ອນບັດ ທັງໝົດ 95.000 ແຫ່ງ ທົ່ວປະເທດ ແລະ ຜົນການເລືອກຕັ້ງ ຢ່າງບໍ່ເປັນທາງການ 5 ອັນດັບພັກການເມືອງທີ່ໄດ້ຄະແນນສູງສຸດ ຕາມການລາຍງານຫລ້າສຸດເວລາ 8:30 ຂອງວັນທີ 15 ພຶດສະພາ 2023 ມີດັ່ງນີ້:
ອັນດັບ 1 ພັກກ້າວໄກ ໄດ້ ສສ 151 ຄົນ
ອັນດັບ 2 ພັກເພື່ອໄທ ໄດ້ ສສ 141 ຄົນ
ອັນດັບ 3 ພັກພູມໃຈໄທ ໄດ້ ສສ 70 ຄົນ
ອັນດັບ4 ພັກພະລັງປະຊາລັດ ພັກແກ່ນນຳລັດຖະບານເກົ່າ (ປີ2019-2023) ໄດ້ ສສ 40 ຄົນ
ອັນດັບ5 ພັກລວມໄທສ້າງຊາດ ພັກທີ່ມີທ່ານ ພົນເອກ ປະຢຸດ ຈັນໂອຊາ ຮັກສາການຍົກລັດຖະມົນຕີ ສັງກັດຢູ່ແລະເປັນແຄນດິເດດນາຍົກລັດຖະມົນຕີ ໄດ້ ສສ 36 ຄົນ ແລະ ພັກອື່ນໆຕາມລຳດັບ:
ຂໍ້ມູນ: ເພຈເລື່ອງເລົ່າເຊົ້ານີ້.

