ຄາດຄະເນສະພາບອາກາດ ປະຈໍາເດືອນກັນຍາ 2022 ແລະ ປະຈໍາ 3 ເດືອນ ຕຸລາ-ພະຈິກ-ທັນວາ 2022

ຄາດຄະເນສະພາບອາກາດ ປະຈໍາເດືອນກັນຍາ 2022 ແລະ ປະຈໍາ 3 ເດືອນ ຕຸລາ-ພະຈິກ-ທັນວາ 2022

ເນື່ອງຈາກໄລຍະຕົ້ນເດືອນກັນຍາ ຫາ ເດືອນຕຸລາ 2022 ແມ່ນໄລຍະທີ່ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງແຮງ ພ້ອມດຽວກັນພາຍຸໝຸນເຂດຮ້ອນຈະເຄື່ອນທີ່ຢູ່ເຂດທະເລຈີໃຕ້ ຊຶ່ງຈະສົ່ງກະທົບທາງກົງ ແລະ ທາງອ້ອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ແລະ ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້ຳຖ້ວມຍຶ່ງເກີດຂຶ້ນຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໂດຍສະເພາະເຂດພາກກາງ ແລະ ພາກໃຕ້.

ເມືອງເສິງຕູ ປະເທດຈີນ ຂະຫຍາຍເວລາລັອກດາວ ຢ່າງບໍ່ມີກຳນົດ

ເມືອງເສິງຕູ ປະເທດຈີນ ຂະຫຍາຍເວລາລັອກດາວ ຢ່າງບໍ່ມີກຳນົດ

ລັດຖະບານທ້ອງຖິ່່ນເມືອງເສິງຕູ ຕັດສິນໃຈຕໍ່ເວລາມາດຕະການລັອກດາວພາຍໃນເມືອງເຊິ່ງມີຜົນບັງຄັບໃຊ້ມາຕັ້ງແຕ່ວັນທິ 1 ກັນຍາ 2022 ເຊິ່ງຄາດວ່າຈະສິ້ນສຸດລົງໃນວັນທີ 7 ກັນຍາ ຈຶ່ງເລື່ອນອອກໄປຢ່າງບໍ່ມີກຳນົດ ໂດຍໃຫ້ເຫດຜົນວ່າ ເມືອງເສິງຕູ ຍັງມີຄວາມສ່ຽງຕໍ່ການແພ່ລະບາດໃນບາງພື້ນທີ່ ຈຳເປັນຕ້ອງຢູ່ພາຍໃຕ້ການເຝົ້າລະວັງເປັນພິເສດ ຈາກຂໍ້ມູນຂອງໜ່ວຍງານທ້ອງຖີ່ນ ເມືອງເສິງຕູ ພົບຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 116 ຄົນ ສະແດງອາການ…

ເກົາຫລີໃຕ້ ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກພາຍຸໄຕ້ຝຸ່ນ ຫີນໜາມໜໍ່

ເກົາຫລີໃຕ້ ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກພາຍຸໄຕ້ຝຸ່ນ ຫີນໜາມໜໍ່

ໃນວັນທີ 7 ກັນຍາ 2022 ສະຖານະການໃນເກົາຫລີໃຕ້ ຍັງໜ້າເປັນຫ່ວງ ຫລັງຈາກທີີ່ພາຍຸໄຕ້ຝຸ່ນ ຫີນໜາມໜໍ່ ພັດຖະຫລົ່ມ ໄດ້ສ້າງຄວາມເສຍຫາຍໃຫ້ກັບຫລາຍພື້ນທີ່ຂອງປະເທດເກົາຫລີໃຕ້ ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ປັດຈຸບັນມີຜູ້ເສຍຊີວິດແລ້ວ 10 ຄົນ ເນື່ອງຈາກຈົມນ້ຳບໍລິເວນສະຖານທີ່ຈອດລົດທີ່ມີລະດັບນໍ້າຖ້ວມສູງ ເຖິງແມ່ນພາຍຸດັ່ງກ່າວຈະຄ່ອຍໆເຄື່ອນຕົວຜ່ານປະເທດນີ້ໄປແລ້ວ ແຕ່ອິດທິພົນຂອງພາຍຸກໍຍັງເຮັດໃຫ້ຝົນຕົກລົງມາຢ່າງໜັກ ມີຄື້ນລົມພັດແຮງ,…

ຕຳຫລວດ ການາດາ ຈັບຕົວ ຄົນຮ້າຍ 2 ຄົນ ໄດ້ແລ້ວ ຈາກເຫດໄລ່ແທງປະຊາຊົນຈົນເຮັດໃຫ້ມີຄົນເສຍຊີວິດ 10 ຄົນ

ຕຳຫລວດ ການາດາ ຈັບຕົວ ຄົນຮ້າຍ 2 ຄົນ ໄດ້ແລ້ວ ຈາກເຫດໄລ່ແທງປະຊາຊົນຈົນເຮັດໃຫ້ມີຄົນເສຍຊີວິດ 10 ຄົນ

ໃນວັນທີ 7 ກັນຍາ 2022 ຕຳຫລວດ ຊັສແຄດເຊວັນ ປະເທດການາດາ ໃຫ້ຮູ້ວ່າ: ສາມາດຈັບກຸມຜູ້ຕ້ອງສົງໄສ 2 ຄົນໃນເຫດການສັງຫານຜູ້ຄົນດ້ວຍມີດໃນອາທິດທີ່ຜ່ານມາ ໄດ້ແລ້ວ ທາງການຈຶ່ງໄດ້ປະກາດຍົກເລີກເຕືອນບຸກຄົນອັນຕະລາຍ ເຮັດໃຫ້ສະຖານະການກັບສູ່ພາວະປົກກະຕິ ຄະດີດັ່ງກ່າວເປັນການສັງຫານໝູ່ທີ່ເຮັດໃຫ້ປະຊາຊົນການາດາຮູ້ສຶກຢ້ານກົວ ຈາກການທີ່ມີຜູ້ຕ້ອງຫາໄດ້ຫລົບໜີຕັ້ງແຕ່ ວັນອາທິດ 4 ກັນຍາ ໂດຍເຫດການດັ່ງກ່າວເຮັດໃຫ້ຄົນເສຍຊີວິດ…

ອາເມລິກາເລັ່ງປັບຂໍ້ກຳນົດ ໃຫ້ສັກວັກຊີນປ້ອງກັນໂຄວິດກະຕຸ້ນປີລະເຂັມ ຫລັງບໍ່ພົບການກາຍພັນຂອງເຊື້ອ

ອາເມລິກາເລັ່ງປັບຂໍ້ກຳນົດ ໃຫ້ສັກວັກຊີນປ້ອງກັນໂຄວິດກະຕຸ້ນປີລະເຂັມ ຫລັງບໍ່ພົບການກາຍພັນຂອງເຊື້ອ

ແພດທຳນຽບຂາວເຜີຍກຽມໃຊ້ວັກຊີນປ້ອງກັນໂຄວິດ-19 ຄືໄຂ້ຫວັດໃຫຍ່ ເປັນການສັກຕາມລະດູການ ໂດຍເລີ່ມແຕ່ທ້າຍປີນີ້. ທ່ານ ດຣ. ແອຊິ ຈາ ຫົວໜ້າທີມຕອບສະໜອງດ້ານໂຄວິດ-19 ຂອງທຳນຽບຂາວອາເມລິກາ ຂໍໃຫ້ຊາວອາເມລິກາທີ່ມີອາຍຸ 12 ປີຂຶ້ນໄປ ເລີ່ມເຂົ້າຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມກະຕຸ້ນ ເຊິ່ງເປັນສູດໃໝ່ທີ່ພັດທະນາຂຶ້ນສຳລັບຮັບມືເຊື້ອສາຍພັນໂອມິຄຣອນ BA.5 ໂດຍຈະເລີ່ມປັບຄວາມຖີ່ມາເປັນການສັກແບບແຕ່ລະປີແທນ. ຂະນະທີ່ທ່ານ ດຣ….

ນ້ຳມັນດິບເວສເທັກຊັສ ເພີ່ມຂຶ້ນ 2% ຫຼັງໂອເປັກພລັສ ຫຼຸດກຳລັງການຜະລິດ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 6 ກັນຍາທີ່ຜ່ານມານີ້, ລາຄານ້ຳມັນດິບເວສເທັກຊັສ (West Texas) ເພີ່ມຂຶ້ນຫຼາຍກວ່າ 2% ຫຼັງຈາກກຸ່ມປະເທດຜູ້ສົ່ງອອກນ້ຳມັນ ແລະ ປະເທດພັນທະມິດ (ໂອເປັກພລັສ) ປະກາດປັບຫຼຸດກຳລັງການຜະລິດໃນກອງປະຊຸມວັນທີ 6 ກັນຍາ. ໂດຍສັນຍານ້ຳມັນດິບເວສເທັກຊັສ (WTI) ທີ່ຈະສົ່ງມອບໃນເດືອນຕຸລາເພີ່ມຂຶ້ນ 1,78…

ອິນເດຍຮັບຮອງວັກຊີນປ້ອງກັນໂຄວິດແບບສູດດົມຂອງ BHARAT BIOTECH

ອິນເດຍຮັບຮອງວັກຊີນປ້ອງກັນໂຄວິດແບບສູດດົມຂອງ BHARAT BIOTECH

ລັດຖະບານອິນເດຍອະນຸມັດເປັນກໍລະນີສຸກເສີນ ວັກຊີນປ້ອງກັນໂຄວິດ-19 ແບບສູດດົມ ທີ່ພັດທະນາແລະ ຜະລິດເອງໂດຍບໍລິສັດໃນປະເທດ. ວັນທີ 7 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງອິນເດຍອອກຖະແຫລງການກ່ຽວກັບ ການອະນຸມັດເປັນກໍລະນີສຸກເສີນໃຫ້ວັກຊີນປ້ອງກັນໂຄວິດ-19 ແບບສູດດົມ ທີ່ພັດທະນາ ແລະ ຜະລິດໂດຍບໍລິສັດ Bharat Biotech ໜຶ່ງໃນຜູ້ປະກອບການດ້ານເຕັກໂນໂລຊີຊີວະພາບໃຫຍ່ທີ່ສຸດຂອງອິນເດຍ ໂດຍໃຫ້ໃຊ້ເປັນວັກຊີນໂດສທຳອິດສຳລັບຜູ້ທີ່ຍັງບໍ່ໄດ້ຮັບວັກຊີນ…

ຮັງກາຣີ ກຳລັງຜະເຊີນກັບຄື້ນຄວາມຮ້ອນ ທີ່ມີອາກາດຮ້ອນທີ່ສຸດໃນປີນີ້

ຮັງກາຣີ ກຳລັງຜະເຊີນກັບຄື້ນຄວາມຮ້ອນ ທີ່ມີອາກາດຮ້ອນທີ່ສຸດໃນປີນີ້

  ໃນວັນທີ 6 ກັນຍາ 2022 ສຳນັກງານອຸຕຸນິຍົມວິທະຍາ ຮັງກາຣີ (MOSZ) ເປີດເຜີຍວ່າ ຮັງກາຣີ ກຳລັງຜະເຊີນກັນຄື້ນຄວາມຮ້ອນທີ່ມີອາກາດຮ້ອນທີ່ສຸດໃນປີນີ້ ນັບຕັ້ງແຕ່ປີ 1901 , ສະຖິຕິສະແດງໃຫ້ເຫັນວ່າ: ລະດູຮ້ອນປີ 2022 ຫລື ຊ່ວງເດືອນມິຖຸນາ, ກໍລະກົດ…

EU ກຽມປ່ຽນກົດໃໝ່ ເພີ່ມຄວາມລຳບາກຊາວຣັດເຊຍຂໍວີຊາ ໃຊ້ເວລາດົນຂຶ້ນ ເຂັ້ມງວດຂຶ້ນ ຄ່າທຳນຽມແພງຂຶ້ນ

EU ກຽມປ່ຽນກົດໃໝ່ ເພີ່ມຄວາມລຳບາກຊາວຣັດເຊຍຂໍວີຊາ ໃຊ້ເວລາດົນຂຶ້ນ ເຂັ້ມງວດຂຶ້ນ ຄ່າທຳນຽມແພງຂຶ້ນ

ວັນທີ 6 ກັນຍາ 2022, ຄະນະກຳມາທິການເອີຣົບໄດ້ປະກາດຂໍ້ສະເໜີຢ່າງເປັນທາງການໃນການໂຈະຂໍ້ຕົກລົງອຳນວຍຄວາມສະດວກດ້ານວີຊາລະຫວ່າງສະຫະພາບເອີຣົບ (EU) ກັບຣັດເຊຍໂດຍສົມບູນ ໂດຍໃຫ້ເຫດຜົນວ່າ: “ປະເທດຣັດເຊຍ ເຮັດສົງຄາມຮຸກຮານປະເທດອື່ນ ບໍ່ສົມຄວນຜ່ານຄຸນສົມບັດສຳລັບການອຳນວຍຄວາມສະດວກດ້ານວີຊາ ຕາບໃດທີ່ຍັງດຳເນີນນະໂຍບາຍຕ່າງປະເທດແບບທຳລາຍລ້າງ ແລະ ຮຸກຮານທາງທະຫານຕໍ່ອູແກຣນ ເຊິ່ງຖືເປັນການເມີນເສີຍຕໍ່ກົດລະບຽບສາກົນ”. ອີກທັງ ການໂຈະຂໍ້ຕົກລົງວີຊາຂອງຣັດເຊຍເປັນໄປເພື່ອຮັບມືຕໍ່ຄວາມສ່ຽງ ແລະ ໄພຄຸກຄາມຄວາມໝັ້ນຄົງຂອງສະມາຊິກ EU…

ມຽນມາກຽມຈ່າຍຄ່ານ້ຳມັນໃຫ້ຣັດເຊຍເປັນສະກຸນເງິນຣູເບິລ

ມຽນມາກຽມຈ່າຍຄ່ານ້ຳມັນໃຫ້ຣັດເຊຍເປັນສະກຸນເງິນຣູເບິລ

ລັດຖະບານມຽນມາກຽມຈ່າຍຄ່ານ້ຳມັນໃຫ້ຣັດເຊຍເປັນສະກຸນເງິນຣູເບິລ ຕາມການເປີດເຜີຍຂອງສື່ກະບອກສຽງລັດຖະບານມົດສະກູ. ວັນທີ 7 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກຂ່າວອາຣ໌ໄອເອຂອງທາງການຣັດເຊຍ ລາຍງານໂດຍອ້າງເນື້ອໃນຈາກຖະແຫລງການຂອງທຳນຽບເກຣມລິນວ່າ: ທ່ານ ມິນ ອ່ອງ ຫລ່າຍ ຜູ້ບັນຊາການທະຫານສູງສຸດ ແລະ ຜູ້ນຳລັດຖະບານມຽນມາ ພົບປະຫາລືກັບປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ…