ນ້ຳມັນດິບເວສເທັກຊັສ ເພີ່ມຂຶ້ນ 2% ຫຼັງໂອເປັກພລັສ ຫຼຸດກຳລັງການຜະລິດ
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 6 ກັນຍາທີ່ຜ່ານມານີ້, ລາຄານ້ຳມັນດິບເວສເທັກຊັສ (West Texas) ເພີ່ມຂຶ້ນຫຼາຍກວ່າ 2% ຫຼັງຈາກກຸ່ມປະເທດຜູ້ສົ່ງອອກນ້ຳມັນ ແລະ ປະເທດພັນທະມິດ (ໂອເປັກພລັສ) ປະກາດປັບຫຼຸດກຳລັງການຜະລິດໃນກອງປະຊຸມວັນທີ 6 ກັນຍາ.
ໂດຍສັນຍານ້ຳມັນດິບເວສເທັກຊັສ (WTI) ທີ່ຈະສົ່ງມອບໃນເດືອນຕຸລາເພີ່ມຂຶ້ນ 1,78 ໂດລາ ຫຼື 2,05% ຢູ່ທີ່ລະດັບ 88,65 ໂດລາຕໍ່ບາເຣນ. ໂດຍກຸ່ມໂອເປັກພລັສໄດ້ມີມະຕິເຫັນດີຫຼຸດກຳລັງການຜະລິດນ້ຳມັນ 100.000 ບາເຣນຕໍ່ວັນສຳລັບເດືອນຕຸລາ ຊຶ່ງເປັນການປັບຫຼຸດກຳລັງການຜະລິດຄັ້ງທຳອິດໃນຮອບຫຼາຍກວ່າ 1 ປີ ເພື່ອປະຄອງລາຄານ້ຳມັນໃນຕະຫຼາດໂລກ. ການທີ່ໂອເປັກພລັສມີມະຕິເຫັນດີປັບຫຼຸດກຳລັງການຜະລິດ 100.000 ບາເຣນຕໍ່ວັນໃນກອງປະຊຸມແມ່ນສວນທາງກັບການຄາດຄະເນໃນຕະຫຼາດທີ່ວ່າ ໂອເປັກພລັສຈະເພີ່ມການຜະລິດ 100.000 ບາເຣນຕໍ່ວັນໃນເດືອນຕຸລາບໍ່ປ່ຽນແປງຈາກເດືອນກັນຍາ.
ທີ່ຜ່ານມາ, ໂອເປັກພລັສເພີ່ມກຳລັງການຜະລິດ 432.000 ບາເຣນຕໍ່ວັນໃນເດືອນມິຖຸນາລວມທັງເພີ່ມການຜະລິດ 648.000 ບາເຣນຕໍ່ວັນທັງໃນເດືອນກໍລະກົດ ແລະ ເດືອນສິງຫາກ່ອນທີ່ຈະເພີ່ມການຜະລິດພຽງ 100.000 ບາເຣນຕໍ່ວັນໃນເດືອນກັນຍາ. ທັງນີ້, ໂອເປັກພລັສຈະຈັດກອງປະຊຸມຄັ້ງຕໍ່ໄປໃນວັນທີ 5 ຕຸລາ ເພື່ອກຳນົດນະໂຍບາຍການຜະລິດສຳລັບເດືອນພະຈິກ.
ຂ່າວ: ປະຊາຊົນ

