EU ກຽມປ່ຽນກົດໃໝ່ ເພີ່ມຄວາມລຳບາກຊາວຣັດເຊຍຂໍວີຊາ ໃຊ້ເວລາດົນຂຶ້ນ ເຂັ້ມງວດຂຶ້ນ ຄ່າທຳນຽມແພງຂຶ້ນ

ວັນທີ 6 ກັນຍາ 2022, ຄະນະກຳມາທິການເອີຣົບໄດ້ປະກາດຂໍ້ສະເໜີຢ່າງເປັນທາງການໃນການໂຈະຂໍ້ຕົກລົງອຳນວຍຄວາມສະດວກດ້ານວີຊາລະຫວ່າງສະຫະພາບເອີຣົບ (EU) ກັບຣັດເຊຍໂດຍສົມບູນ ໂດຍໃຫ້ເຫດຜົນວ່າ: “ປະເທດຣັດເຊຍ ເຮັດສົງຄາມຮຸກຮານປະເທດອື່ນ ບໍ່ສົມຄວນຜ່ານຄຸນສົມບັດສຳລັບການອຳນວຍຄວາມສະດວກດ້ານວີຊາ ຕາບໃດທີ່ຍັງດຳເນີນນະໂຍບາຍຕ່າງປະເທດແບບທຳລາຍລ້າງ ແລະ ຮຸກຮານທາງທະຫານຕໍ່ອູແກຣນ ເຊິ່ງຖືເປັນການເມີນເສີຍຕໍ່ກົດລະບຽບສາກົນ”.

ອີກທັງ ການໂຈະຂໍ້ຕົກລົງວີຊາຂອງຣັດເຊຍເປັນໄປເພື່ອຮັບມືຕໍ່ຄວາມສ່ຽງ ແລະ ໄພຄຸກຄາມຄວາມໝັ້ນຄົງຂອງສະມາຊິກ EU ທີ່ເພີ່ມຂຶ້ນ.

ທ່ານ ອິລວາ ໂຈຮານສັນ ກຳມາທິການກິດຈະການພາຍໃນຂອງ EU ລະບຸໃນການຖະແຫລງຂ່າວຢູ່ນະຄອນຫລວງບຣຸກແຊນຂອງແບນຊິກວ່າ: ການພົວພັນລະຫວ່າງ EU ແລະ ຣັດເຊຍ ບໍ່ຢູ່ບົນພື້ນຖານຂອງຄວາມໄວ້ວາງໃຈ ແລະ ການໃຫ້ສິດພິເສດອີກຕໍ່ໄປ.

ພາຍໃຕ້ຂໍ້ສະເໜີດັ່ງກ່າວ ພົນລະເມືອງຣັດເຊຍຈະບໍ່ໄດ້ຮັບສິດພິເສດໃນການເດີນທາງເຂົ້າ EU ອີກ ເຊິ່ງການຍື່ນຂໍວີຊາເພື່ອຈຸດປະສົງດ້ານການທ່ອງທ່ຽວ ແລະ ການພັກຜ່ອນຈະເຮັດໄດ້ຍາກລຳບາກຂຶ້ນ ແລະ ມີລາຄາແພງກວ່າເມື່ອກ່ອນເຖິງ 2 ເທົ່າ.

ໂດຍໃນທາງປະຕິບັດ ຜູ້ສະໝັກຂໍວີຊາຊາວຣັດເຊຍຈະຕ້ອງເສຍຄ່າທຳນຽມວີຊາສູງຂຶ້ນ ຈາກ 35 ເອີໂຣ ເພີ່ມເປັນ 80 ເອີໂຣ ແລະ ໃຊ້ເວລາດຳເນີນງານເພີ່ມຂຶ້ນ ລວມທັງມີກົດເກນເຂັ້ມງວດຂຶ້ນສຳລັບຂໍວີຊາຊະນິດເຂົ້າ-ອອກຫລາຍຄັ້ງ ແລະ ຈະຕ້ອງສົ່ງເອກະສານສະໜັບສະໜູນການຂໍວີຊາເພີ່ມຂຶ້ນ.

ການປະກາດຂໍ້ສະເໜີດັ່ງກ່າວມີຂຶ້ນຫລັງຈາກລັດຖະມົນຕີຕ່າງປະເທດ EU ບັນລຸຂໍ້ຕົກລົງໃນກອງປະຊຸມຢູ່ນະຄອນຫລວງປຣາກຂອງ ສ.ເຊັກ ໃນວັນທີ 31 ສິງຫາຜ່ານມາ ເຊິ່ງໜ່ວຍງານຜູ້ບໍລິຫານຂອງ EU ຄາດວ່າປະເທດສະມາຊິກຈະຮັບຍັດຕິໄດ້ໃນອາທິດນີ້.

ນອກຈາກນີ້, ຄະນະກຳມາທິການເອີຣົບຍັງສະເໜີໃຫ້ປະເທດສະມາຊິກ EU ບໍ່ຍອມຮັບໜັງສືເດີນທາງຂອງຊາວຣັດເຊຍທີ່ອອກໃນດິນແດນຂອງອູແກຣນທີ່ຖືກກອງທັບຣັດເຊຍເຂົ້າຢຶດຄອງ.

ອ້າງອີງ: