ມຽນມາກຽມຈ່າຍຄ່ານ້ຳມັນໃຫ້ຣັດເຊຍເປັນສະກຸນເງິນຣູເບິລ

ລັດຖະບານມຽນມາກຽມຈ່າຍຄ່ານ້ຳມັນໃຫ້ຣັດເຊຍເປັນສະກຸນເງິນຣູເບິລ ຕາມການເປີດເຜີຍຂອງສື່ກະບອກສຽງລັດຖະບານມົດສະກູ.

ວັນທີ 7 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກຂ່າວອາຣ໌ໄອເອຂອງທາງການຣັດເຊຍ ລາຍງານໂດຍອ້າງເນື້ອໃນຈາກຖະແຫລງການຂອງທຳນຽບເກຣມລິນວ່າ: ທ່ານ ມິນ ອ່ອງ ຫລ່າຍ ຜູ້ບັນຊາການທະຫານສູງສຸດ ແລະ ຜູ້ນຳລັດຖະບານມຽນມາ ພົບປະຫາລືກັບປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ນອກຮອບກອງປະຊຸມເສດຖະກິດພາກພື້ນຕາເວັນອອກ (EEF) ຄັ້ງທີ 7 ຢູ່ເມືອງວະລາດິວອສຕອດ.

ທັງນີ້, ຜູ້ນຳທັງສອງປະເທດເຫັນພ້ອມກັນວ່າ: ການພົວພັນລະດັບທະວີພາຄີຄືບໜ້າຢ່າງວ່ອງໄວ ແລະ ເປັນໄປໃນທາງບວກ ແລະ ມຽນມາກຽມຊື້ນ້ຳມັນຈາກຣັດເຊຍ ດ້ວຍການໃຊ້ສະກຸນເງິນຣູເບິລ.

ຖືເປັນຄັ້ງທີ 3 ແລ້ວ ທີ່ທ່ານ ມິນ ອ່ອງ ຫລ່າຍ ຢ້ຽມຢາມຣັດເຊຍ ນັບແຕ່ເກີດການລັດຖະປະຫານ ໃນວັນທີ 1 ກໍລະກົດ 2021 ໂດຍການຢ້ຽມຢາມຄັ້ງທຳອິດເກີດຂຶ້ນໃນເດືອນມິຖຸນາປີຜ່ານມາ ແລະ ເດືອນກໍລະກົດຜ່ານມາ ເຊິ່ງມີການລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ກັບໂຣຊາຕອມ ເຊິ່ງເປັນລັດວິສາຫະກິດດ້ານພະລັງງານນິວເຄຼຍຂອງຣັດເຊຍ ແຕ່ບໍ່ມີການເປີດເຜີຍລາຍລະອຽດ.

ຂະນະທີ່ການຢ້ຽມຢາມຣັດເຊຍໃນເດືອນກໍລະກົດຂອງທ່ານ ມິນ ອ່ອງ ຫລ່າຍ ຍັງນຳໄປສູ່ແຜນກຽມນຳເຂົ້ານ້ຳມັນ “ລາຄາມິດຕະພາບ ແລະ ມີຄຸນນະພາບ” ຈາກຣັດເຊຍ ແລະ ລັດຖະບານມຽນມາຍັງມີແຜນສຳຫລວດພະລັງງານຮ່ວມກັບຣັດເຊຍ ແລະ ຈີນ. ສ່ວນການລຳລຽງນ້ຳມັນຖ້ຽວທຳອິດຈາກຣັດເຊຍ ອາດຈະເກີດຂຶ້ນໄດ້ໃນເດືອນກັນຍານີ້ ແລະ ຈະມີການຈັດຕັ້ງຄະນະພິເສດ.