ມຽນມາເຂັ້ມງວດມາດຕະການສະກັດໂຄວິດ ຫລັງຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ
ມຽນມາກຳລັງດຳເນີນການເຂັ້ມງວດມາດຕະການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ທ່າມກາງຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນໃນໄລຍະຜ່ານມາ. ສຳນັກຂ່າວຊິນຮົວລາຍງານວ່າ: ມາດຕະການດັ່ງກ່າວຄວບຄຸມການສົ່ງເສີມການສັກວັກຊີນ, ການແບ່ງປັນຄວາມຮູ້ກ່ຽວກັບການໃສ່ຜ້າປິດປາກ, ການຈັດຫາອ່າງລ້າງມືໃນຕະຫລາດ, ການສີດພົ່ນຢາຂ້າເຊື້ອ ລວມທັງການເຜີຍແຜ່ຂໍ້ມູນ, ຄຳປະກາດ, ຄຳແນະນຳສຳລັບການປ້ອງກັນຜ່ານສື່ຢ່າງຕໍ່ເນື່ອງ. ນອກຈາກນີ້, ທາງການຈະຍັງຈັດໃຫ້ມີການຈັດເກັບວັກຊີນປ້ອງກັນໂຄວິດ-19 ໄວ້ໃນອຸນຫະພູມຕູ້ເຢັນມາດຕະຖານ ແລະ ດຳເນີນການກວດຫາເຊື້ອຜູ້ທີ່ເດີນທາງກັບຈາກຕ່າງປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດຢູ່ສະໜາມບິນນຳອີກ. ໃນໄລຍະຜ່ານມາ,…









