ສ.ເກົາຫລີ ກວດພົບແມວ 1 ໂຕ ຢູ່ສູນ​ລ້ຽງ​ສັດ​ແຫ່ງ​ໜຶ່ງ ກໍລະນີສົງໃສວ່າຕິດເຊື້ອໄຂ້ຫວັດສັດປີກ

ສຳນັກຂ່າວ​ Yonhap ລາຍງານ​ວ່າ: ກະຊວງ​ກະສິກຳອາຫານແລະ ກິດຈະການຊົນນະບົດ ກ່າວວ່າຈະຕ້ອງໃຊ້ເວລາ 2 ຫລື 3 ມື້ ໃນການກວດສອບວ່າ ເຊື້ອພະຍາດມີຄວາມຮຸນແຮງສູງຫລືບໍ່, ​ກ່ອນ​ໜ້າ​ນີ້ ແມວ 2 ໂຕ​ຢູ່​ສູນ​ລ້ຽງ​ສັດ​ແຫ່ງ​ໜຶ່ງ​ໃນ​ເຂດພາກກາງຂອງ​ກຸງໂຊ ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ຕິດ​ເຊື້ອ​ໄຂ້​ຫວັດ​ສັດ​ປີກ​ສາຍ​ພັນ​ທີ່​ຮ້າຍ​ແຮງ​ສູງ​, ເຊິ່ງຖືວ່າການຄົ້ນພົບ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ຄັ້ງ​ທຳ​ອິດ​ໃນ​ຮອບ 7 ປີ. ປັດຈຸ​ບັນ​ຍັງບໍ່​ມີ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ຈາກຄົນຜ່າງທາງ​ແມວ ​ຫລື ​ສັດລ້ຽງ​ດ້ວຍ​ນົມ​ອື່ນໆ.