ເກົາຫລີໃຕ້ ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກພາຍຸໄຕ້ຝຸ່ນ ຫີນໜາມໜໍ່

ໃນວັນທີ 7 ກັນຍາ 2022 ສະຖານະການໃນເກົາຫລີໃຕ້ ຍັງໜ້າເປັນຫ່ວງ ຫລັງຈາກທີີ່ພາຍຸໄຕ້ຝຸ່ນ ຫີນໜາມໜໍ່ ພັດຖະຫລົ່ມ ໄດ້ສ້າງຄວາມເສຍຫາຍໃຫ້ກັບຫລາຍພື້ນທີ່ຂອງປະເທດເກົາຫລີໃຕ້ ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ປັດຈຸບັນມີຜູ້ເສຍຊີວິດແລ້ວ 10 ຄົນ ເນື່ອງຈາກຈົມນ້ຳບໍລິເວນສະຖານທີ່ຈອດລົດທີ່ມີລະດັບນໍ້າຖ້ວມສູງ

ເຖິງແມ່ນພາຍຸດັ່ງກ່າວຈະຄ່ອຍໆເຄື່ອນຕົວຜ່ານປະເທດນີ້ໄປແລ້ວ ແຕ່ອິດທິພົນຂອງພາຍຸກໍຍັງເຮັດໃຫ້ຝົນຕົກລົງມາຢ່າງໜັກ ມີຄື້ນລົມພັດແຮງ, ລະດັບນ້ຳເພີ່ມຂຶ້ນສູງຢ່າງໄວ, ເສັ້ນທາງຈາລະຈອນຫລາຍແຫ່ງເສຍຫາຍຢ່າງໜັກ ທ້າທາຍຕໍ່ລະບົບການຈັດການໄພພິບັດຂອງເກົາຫລີໃຕ້ອີກຮອບ ຫລັງຈາກເຫດນ້ຳຖ້ວມ ກຸງໂຊ ໃນຫລາຍອາທິດທີ່ຜ່ານມາ