Samsung Galaxy S9 ອາດອອກແບບຖອດປະກອບເອງໄດ້

ອີກໜຶ່ງຂ່າວທີ່ເຂົ້າມາຮ່ວມໃນຊ່ວງທີ່ Galaxy Note 8 ກຽມຈະເປີດຕົວຄືການເຄື່ອນໄຫວຂອງແບບລຸ້ນຕໍ່ໄປໃນປີໜ້າເຊັ່ນ Galaxy S9 ຫລ້າສຸດມີລາຍງານຂ່າວຈາກສື່ຕ່າງປະເທດລະບຸວ່າ: ມີຄວາມເປັນໄປໄດ້ທີ່ຈະມີການປ່ຽນອອກແບບໃຫ້ເປັນ Modular Phone ໃນການຖອດປະກອບຊິ້ນສ່ວນໄດ້ ຄ້າຍຄືກັບແນວທາງຂອງ MotoMods ໃນ Motorola ທີ່ຜູ້ໃຊ້ສາມາດຊື້ Mod ມາເພີ່ມຕິດເຂົ້າກັບໂທລະສັບມືຖືໄດ້ໃນສ່ວນທີ່ຕ້ອງການ.
ຂ່າວດັ່ງກ່າວຫຼຸດມາຈາກທະວິດເຕີຂອງນັກຂ່າວຣັດເຊຍ Eldar Murtazin ໂດຍລະບຸວ່າ: Galaxy S9 ຈະມີແຖບແມ່ເຫຼັກແບ່ງຕາມແຕ່ລະສ່ວນ ເພື່ອໃຫ້ສາມາດເຮັດໃຫ້ຖອດແຍກ ແລະ ປະກອບ Mod ເຂົ້າໄປໄດ້ ເຊິ່ງໃນເວລານີ້ເປັນໜຶ່ງໃນທາງເລືອກພິຈາລະນາຂອງ Samsung ທີ່ຍັງຕ້ອງເບິ່ງກັນໄປດົນໆ ວ່າຈະມີຄວາມເປັນໄປໄດ້ຫຼາຍໜ້ອຍປານໃດ.

