ຜູ້ນຳອິນໂດເນເຊຍຂໍໃຫ້ຍຶດຫລັກພະຫຸນິຍົມ ທ່າມກາງໄພຄຸກຄາມຈາກກຸ່ມຮຸນແຮງ

ປະທານາທິບໍດີ ໂຈໂກ ວິໂດໂດ ຂອງອິນໂດເນເຊຍ ກ່າວໃນວັນທີ 16 ສິງຫາວ່າ: ອິນໂດເນເຊຍ ເຊິ່ງມີປະຊາກອນມຸດສະລິມຫລາຍທີ່ສຸດໃນໂລກ ຈະຕ້ອງຮັບມືກັບໄພຄຸກຄາມຈາກລັດຫົວຮຸນແຮງ ລວມທັງຕ້ອງຍຶດໝັ້ນຕາມຫລັກລັດຖະທຳມະນູນທີ່ເຄົາລົບເສລີພາບໃນການນັບຖືສາລະໜາ ແລະ ຄວາມແຕກຕ່າງທາງເຊື້ອຊາດ.
+ ຣັດເຊຍ-ອິນໂດເນເຊຍ ເພີ່ມ ການຮ່ວມມືຕໍ່ຕ້ານກໍ່ການຮ້າຍ
+ GDP ອິນໂດເນເຊຍໄຕມາດ 2 ປີ 2017 ເຕີບໃຫຍ່ໜ້ອຍກວ່າການຄາດຄະເນ
ຜູ້ນຳອິນໂດເນເຊຍກ່າວປາໄສໃນສະພາກ່ອນວັນປະກາດເອກະລາດອິນໂດເນເຊຍ 17 ສິງຫາ ໂດຍອ້າງເຖິງຄວາມສຳຄັນຂອງການເຄົາລົບຄວາມຫລາກຫລາຍໃນສັງຄົມອິນໂດເນເຊຍ ເຊິ່ງມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ຮັບມືກັບໄພຄຸກຄາມຈາກແນວຄິດຫົວຮຸນແຮງ. ປະທານາທິບໍດີ ວິໂດໂດ ກ່າວວ່າ: ທຸກຝ່າຍຕ້ອງຮ່ວມມືກັນໃນການເສີມສ້າງເສດຖະກິດ, ຍຶດໝັ້ນຕາມແນວທາງເພື່ອຄວາມກ້າວໜ້າທາງການເມືອງ, ສັງຄົມ ແລະ ວັດທະນະທຳອິນໂດເນເຊຍ ແລະ ກ່າວວ່າ: ບັນຫາທ້າທາຍທີ່ອິນໂດເນເຊຍຜະເຊີນໃນປັດຈຸບັນ ແລະ ໃນອະນາຄົດນັ້ນ ບໍ່ແມ່ນເລື່ອງງ່າຍ ທັງບັນຫາຄວາມທຸກຍາກ, ຄວາມບໍ່ຍຸຕິທຳ, ເສດຖະກິດໂລກ, ລັດທິຫົວຮຸນແຮງ, ກຸ່ມຕິດອາວຸດ ແລະ ກໍ່ການຮ້າຍ. ກ່ອນໜ້ານີ້ ຕຳຫລວດອິນໂດເນເຊຍຈັບກຸມຜູ້ຕ້ອງສົງໄສວ່າເປັນສະມາຊິກກຸ່ມຕິດອາວຸດ 5 ຄົນ ແລະ ຍຶດສານປະກອບທາງເຄມີໄດ້ໃກ້ກັບກາງນະຄອນຫລວງຈາກາຕາໃນວັນທີ 15 ສິງຫາ ໂດຍສາລະພາບວ່າພວກເຂົາຫວັງຈະໃຊ້ເຮັດລະເບີດເພື່ອໂຈມຕີທຳນຽບປະທານາທິບໍດີໃນທ້າຍເດືອນສິງຫານີ້.

