ສ.ເກົາຫລີ ພົບໄຂ້ຫວັດສັດປີກລະບາດຄັ້ງທຳອິດໃນຮອບ 6 ເດືອນ

ກະຊວງກະສິກຳ, ອາຫານ ແລະ ກິດຈະການຊົນນະບົດຂອງ ສ.ເກົາຫລີ ເປີດເຜີຍໃນວັນທີ 19 ຕຸລາວ່າ: ສ.ເກົາຫລີ ພົບການແພ່ລະບາດຂອງພະຍາດໄຂ້ຫວັດສັດປີກຢູ່ຟາມເປັດແຫ່ງໜຶ່ງ ເຊິ່ງເປັນການພົບຄັ້ງທຳອິດໃນຮອບ 6 ເດືອນ.
ທາງການກະຊວງດັ່ງກ່າວລະບຸວ່າ: ມີການກວດພົບການລະບາດຂອງພະຍາດໄຂ້ຫວັດສັດປີກຊະນິດກໍ່ພະຍາດຮຸນແຮງຢູ່ຟາມເປັດໃນເມືອງເຢຊອນທາງຕາເວັນອອກສຽງໃຕ້ຂອງປະເທດ ເຊິ່ງຢູ່ຫ່າງຈາກນະຄອນຫລວງໂຊອຸນໄປທາງຕາເວັນອອກສຽງໃຕ້ປະມານ 160 ກິໂລແມັດ.
ສຳນັກຂ່າວຊິນຮົວລາຍງານວ່າ: ສ.ເກົາຫລີ ກວດພົບການລະບາດຂອງພະຍາດໄຂ້ຫວັດສັດປີກໃນເມືອງເຢຊອນຄັ້ງຫລ້າສຸດໃນເດືອນເມສາຜ່ານມາ.
ນອກຈາກນີ້, ທາງກະຊວງຍັງເປີດເຜີຍເຖິງການດຳເນີນມາດຕະການເຝົ້າລະວັງລ່ວງໜ້າເພື່ອປ້ອງກັນການແພ່ກະຈາຍຂອງເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ເຊິ່ງລວມທັງການກຳຈັດເປັດໃນຟາມປະມານ 9.800 ໂຕ, ການຄວບຄຸມທາງເຂົ້າ ແລະ ມາດຕະການກັກກັນອື່ນໆ. ເຖິງຢ່າງໃດກໍດີ, ບໍ່ມີຟາມສັດປີກອື່ນໆຕັ້ງຢູ່ພາຍໃນລັດສະໝີ 500 ແມັດຂອງຟາມເປັດດັ່ງກ່າວ.

