ເຢຍລະມັນ ຕັ້ງເປົ້າ ປັບປຸງໃຈກາງເມືອງບໍ່ໃຫ້ມີລົດໃຫຍ່ ເພື່ອສະໜັບສະໜູນການພັດທະນາທີ່ຍືນຍົງ ແລະ ເປັນມິດກັບສະພາບພູມອາກາດ ໃນປີ 2030

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກັນຍາ ຜ່ານມາ, ເມືອງຮັນໂນເວີ ຂອງເຢຍລະມັນໄດ້ນຳສະເໜີແຜນການຟື້ນຄືນພື້ນທີ່ໃຫ້ແກ່ທາງຍjາງ ແລະ ຜູ້ທີ່ຄົນທີ່ຂີ່ລົດຖີບເພີ່ມຂຶ້ນ ໂດຍມີເປົ້າໝາຍປັບປຸງໃຈກາງເມືອງໃຫ້ເປັນພື້ນທີ່ບໍ່ໃຫ້ມີລົດໃຫຍ່ພາຍໃນປີ 2030 ເພື່ອສະໜັບສະໜູນການພັດທະນາທີ່ຍືນຍົງ ແລະ ເປັນມິດກັບສະພາບພູມອາກາດ.
ບົດລາຍງານລະບຸວ່າ: ຖະໜົນບາງເສັ້ນໃນໃຈກາງເມືອງຮັນໂນເວີຈະບໍ່ມີລົດໃຫຍ່ ສ່ວນອຸໂມງສອງແຫ່ງທີ່ສະຖານີລົດໄຟຫລັກຈະບໍ່ອະນຸຍາດໃຫ້ລົດໃຫຍ່ສັນຈອນຜ່ານ ແລະ ທຸກພື້ນທີ່ ຈະຖືກຈຳກັດຄວມໄວ 20-30 ກິໂລແມັດຕໍ່ຊົ່ວໂມງ ດ້ານພື້ນທີ່ຈອດລົດສາທາລະນະກາງແຈ້ງຂອງໃຈກາງເມືອງຈະຖືກຍົກເລີກເປັນສ່ວນຫລາຍ, ຖ້າຫາກມີບ່ອນຈອດລົດໃນສະຖານທີ່ຈອດພຽງພໍ. ອີກຢ່າງໜຶ່ງ, ເຢຍລະມັນໄດ້ຕັ້ງເປົ້າໝາຍຫລຸດຜ່ອນການປ່ອຍແກັສເຮືອນແກ້ວປະມານ 65% ພາຍໃນປີ 2030 ເມື່ອທຽບກັບລະດັບໃນປີ 1990 ແລະ ບັນລຸຄວາມເປັນກາງທາງຄາບອນໂດຍສົມບູນພາຍໃນປີ 2045 ຊຶ່ງການທີ່ຈະບັນລຸເປົ້າໝາຍເຫລົ່ານີ້ທຸກພາກສ່ວນຕ້ອງບັນລຸເປົ້າໝາຍຫລຸດຜ່ອນການປ່ອຍແກັສເຮືອນແກ້ວຮ່ວມກັນ. ເຖິງຢ່າງໃດກໍຕາມ, ເຢຍລະມັນມີເສດຖະກິດຂະໜາດໃຫຍ່ທີ່ສຸດໃນເອີຣົບພົບກັບຄວາມຍາກລຳບາກໃນການບັນລຸເປົ້າໝາຍເຫລົ່ານີ້. ໂດຍໃນເດືອນສິງຫາຜ່ານມາ, ສະພາຜູ້ຊ່ຽວຊານດ້ານການປ່ຽນແປງສະພາບອາກາດພົບວ່າ: ເຖິງແມ່ນວ່າການປະຕິບັດດ້ານສະພາບພູມອາກາດທີ່ລັດຖະບານເຢຍລະມັນສະເໜີໃນເດືອນມິຖຸນາຜ່ານມາ ຈະຊ່ວຍຫລຸດຜ່ອນການປ່ອຍແກັສເຮືອນແກ້ວ ແຕ່ຍັງເກີດຊ່ອງວ່າງຫລາຍກ່ອນຈະບັນລຸເປົ້າໝາຍ.
ສະພາຜູ້ຊ່ຽວຊານດ້ານການປ່ຽນແປງສະພາບອາກາດສະແດງໃຫ້ເຫັນວ່າ: ພາກທຸລະກິດການຂົນສົ່ງ ແລະ ການກໍ່ສ້າງຂອງເຢຍລະມັນປະເຊີນກັບຄວາມທ້າທາຍເປັນພິເສດໃນການຫລຸດການປ່ອຍແກັສເຮືອນແກ້ວ ໂດຍແຜນການຂອງລັດຖະບານສຳລັບສອງພາກທຸລະກິດນີ້ບໍ່ພຽງພໍທີ່ຈະຊົດເຊີຍສິ່ງທີ່ຂາດແຄນລະຫວ່າງການເຮັດຕາມເປົ້າໝາຍຂອງພາກທຸລະກິດ.

