ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ກັກຕົວກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ ລາຍໃຫຍ່ ຈຳນວນ 7 ຄົນ ພ້ອມຂອງກາງຢາບ້າ 112.000 ເມັດ.

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສຶບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 20 ກັນຍາ 2022 ເວລາ 13:00 ນາທີ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈຳນວນໜື່ງເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານໂພນສະອາດ ນະຄອນປາກເຊ ແຂວງຈຳປາສັກ ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ດັ່ງກ່າວເຫັນວ່າມີມູນຄວາມຈິງ ຈາກນັ້ນ ຈື່ງໄດ້ເຄື່ອນໄຫວມ້າງຄະດີດັ່ງກ່າວ ສາມາດກັກຕົວເປົ້າໝາຍໄດ້ 7 ຄົນ, ພ້ອມຂອງກາງຢາບ້າ 112.000 ເມັດ ໃນນັ້ນ ມີທ້າວ ແອນ້ອຍ ( ແກ້ວ ) ອາຍຸ 20 ປີ ກຳມະກອນ ບ້ານນາແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ເຄື່ອງຂອງກາງຕິດຕົວມີ ຢາບ້າ 54.000 ເມັດ, ໂທລະສັບ 01 ໜ່ວຍ, ທ້າວ ລຳພອນ ອາຍຸ 22 ປີ ກຳມະກອນ ຢູ່ບ້ານບຸ່ງຄຳ ເມືອງຄຳເກີດ ແຂວງບໍລິຄຳໄຊ, ເຄື່ອງຂອງກາງຕິດຕົວມີ ຢາບ້າ 58.000 ເມັດ, ທ້າວ ຄຳສະໄໝ ອາຍຸ 19 ປີ ກຳມະກອນ ບ້ານນາຫາດ ເມືອງຄຳເກີດ ແຂວງບໍລິຄຳໄຊ, ທ້າວ ແອນ້ອຍ ( ໂດບີ ) ອາຍຸ 18 ປີ ກຳມະກອນ ບ້ານນາແປ ເມືອງຄຳເກີດ ແຂວງບໍລິຄຳໄຊ, ທ້າວ ວືວາງ ( ລີ່ ) ອາຍຸ 27 ປີ ກຳມະກອນ ບ້ານນ້ຳທື ເມືອງຄຳເກີດ ແຂວງບໍລິຄຳໄຊ ເຄື່ອງຂອງກາງຕິດຕົວມີ ໂທລະສັບ 01 ໜ່ວຍ, ລົດໃຫຍ່ 01 ຄັນ, ຍີ່ຫໍ້ວີໂກ້ ສີປອນເງີນ ທະບຽນ ບກ 4614 ກຳແພງນະຄອນ, ທ້າວ ກໍເອຍ ( ແອ ) ອາຍຸ 22 ປີ ກຳມະກອນ ບ້ານໂພນພະເນົາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຄື່ອງຂອງກາງຕິດຕົວມີ ໂທລະສັບ 02 ໜ່ວຍ ແລະ ທ້າວ ສົມຈິດ (ລັ່ງ ) ອາຍຸ 37 ປີ ກຳມະກອນ ບ້ານປາກກະດິງ ເມືອງປາກກະດິງ ແຂວງບໍລິຄຳໄຊ ເຄື່ອງຂອງກາງຕິດຕົວມີ ໂທລະສັບ 01 ໜ່ວຍ, ລົດໃຫຍ່ 01 ຄັນ, ຍີ່ຫໍ້ເກຍສີຂາວ ທະບຽນ ກຫ 6042 ກຳແພງນະຄອນ ສຳລັບ 03 ຄົນທ້າວ ວືວາງ ( ລີ່ ), ທ້າວ ກໍເອຍ ( ແອ ) ແລະ ທ້າວ ສົມຈິດ ( ລັ່ງ ) ແມ່ນຖືກເຈົ້າໜ້າທີ່ປະຈຳດ່ານຈຸດກວດກາຫຼັກ 44 ບ້ານາດ່ານ ເມືອງຊະນະສົມບູນ ແຂວງຈຳປາສັກ ກັກຕົວໄວ້.
ປັດຈຸບັນຄະດີດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນດຳເນີນຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບຂອງກົດໝາຍບ້ານເມືອງ.