ໄພຮ້າຍຈາກການຫລິ້ນໂທລະສັບກ່ອນນອນ

ກ່ອນນອນເປັນຊ່ວງເວລາທີ່ຫລາຍຄົນມັກຈະຫລິ້ນໂທລະສັບເພື່ອກວດເບິ່ງການເຄື່ອນໄຫວໃນໂລກອອນລາຍເພື່ອໃຫ້ທັນກັບສະພາບການສັງຄົມ ຫລື ອ່ານຂ່າວສານຕ່າງໆທີ່ຍັງຄ້າງຢູ່ ແລະ ບາງຄົນກໍອາດຈະເປັນຊ່ວງເວລາທີ່ໄດ້ຢູ່ກັບຕົນເອງຫລາຍທີ່ສຸດ

.

ແຕ່ການເບິ່ງໂທລະສັບດົນໆໃນຂະນະທີ່ຮ່າງກາຍຕ້ອງການພັກຜ່ອນນັ້ນເຮັດໃຫ້ສະໝອງບໍ່ໄດ້ພັກຜ່ອນ ດຣ. ແດນຽວ ຊີເກວ (Daniel Siegel) ສາສະດາຈານດ້ານຈິດຕະວິທະຍາຄີນິກ ໂຮງຮຽນແພດສາດ ແຫ່ງມະຫາວິທະຍາໄລແຄລິຟໍເນຍ ລອສແອງເຈີລິສ (UCLA School of Medicine) ໄດ້ບອກຕໍ່  Business Insider ວ່າ “ໃນຂະນະທີ່ຕາເຮົາຈ້ອງເບິ່ງພາບຈໍານວນມະຫາສານ ສະໝອງເຮົາຈະຕື່ນຕົວຈົນສົ່ງຜົນໃຫ້ນອນບໍ່ຄ່ອຍຫລັບ ເຊັ່ນ: ຖ້າເຮົາເບິ່ງຂໍ້ຄວາມ ສະໝອງກໍຈະສັ່ງການໃຫ້ຢ່າຟ້າວຫລັ່ງສານເມລາໂທນີນ (Melatonin) ອອກມາ ເພາະມັນຍັງບໍ່ຮອດເວລານອນ, ນັ້ນສະແດງວ່າໃນເວລາທີ່ເມລາໂທນີນຕ້ອງເຮັດວຽກ ແຕ່ເຮົາກໍາລັງອ່ານ ຫລື ສົນໃຈສິ່ງໃດສິ່ງໜຶ່ງຢູ່ນັ້ນ ປຽບເໝືອນເຮົາກໍາລັງສັ່ງຮ່າງກາຍບໍ່ໃຫ້ນອນ, ນອກຈາກຈະບໍ່ນອນ ຫລື ນອນບໍ່ຫລັບແລ້ວ ຍັງສົ່ງຜົນເສຍຕໍ່ຄຸນນະພາບການນອນອີກດ້ວຍ,​ ການອົດນອນຍັງເຮັດໃຫ້ເຮົາບໍ່ສົດໃສ, ສະໝອງປະມວນຜົນຊ້າ ແລະ ຈົນເຖິງຂັ້ນຫລົງລືມ, ຍັງເປັນສາເຫດທີ່ເຮັດໃຫ້ສານອິນຊູລິນ (Insulin) ໃນຮ່າງກາຍທີ່ຊ່ວຍລະບົບການເຜົາຜານຜິດປົກກະຕິ ເຮັດໃຫ້ຮ່າງກາຍເຜົາຜານສິ່ງທີ່ກິນເຂົ້າໄປໄດ້ບໍ່ດີເທົ່າທີ່ຄວນ”

.

ແຕ່ຖ້າຢາກຫລິ້ນໂທລະສັບກ່ອນນອນເດ… ຄວນເຮັດແນວໃດ?

ທ່ານໝໍໄທ ໄດ້ແນະນໍາສໍາລັບຄົນທີ່ຢາກຫລິ້ນ, ຢາກອ່ານ ຫລື ຈໍາເປັນທີ່ຕ້ອງໃຊ້ອຸປະກອນເອເລັກໂທນິກຕ່າງໆກ່ອນນອນດັ່ງນີ້ “ຖ້າຈໍາເປັນຕ້ອງໃຊ້ໂທລະສັບຄວນພັກສາຍຕາທຸກ 45-60 ນາທີ ແລະ ຢຸດຫລິ້ນກ່ອນຈະນອນ 20 ນາທີ ເພື່ອໃຫ້ຮ່າງກາຍໄດ້ຜ່ອນຄາຍ ແລະ ພ້ອມຈະນອນ, ແລະ ເພື່ອການນອນຫລັບທີ່ດີ ແລະ ສຸຂະພາບດີ ຄວນເສີມສ້າງສຸຂະອະນາໄມໃນການອນ (Sleep Hygiene) ໂດຍການປັບອຸນຫະພູມຫ້ອງໃຫ້ພໍດີ ແລະ ມີອາກາດຖ່າຍເທ ບໍ່ອັບ, ບໍ່ໜາວ ຫລື ຮ້ອນຈົນເກີນໄປ ແລະ ບໍ່ຄວນມີແສງກະທົບ ເນື່ອງຈາກແສງຈະໄປລົບກວນການຫລັ່ງຮໍໂມນເມລາໂທນິນ ທີ່ຊ່ວຍໃຫ້ເຮົາຫລັບໄດ້ດີ ແລະ ກ່ອນທີ່ຮ່າງກາຍຈະຫລັບນັ້ນ ຕ້ອງອາໄສເວລາໃນການຜ່ອນຄາຍ ບໍ່ວ່າຈະເປັນສະໝອງ ຫລື ກ້າມຊີ້ນ, ດັ່ງນັ້ນການເຮັດກິດຈະກໍາກ່ອນນອນເຊັ່ນ: ເບິ່ງໂທລະສັບ, ຫລິ້ນຄອມພິວເຕີ… ຈະສົ່ງຜົນໃຫ້ນອນຫລັບຍາກຂຶ້ນ ຫລື ນອນຫລັບໄດ້ບໍ່ດີພໍ, ໃນກໍລະນີທີ່ເສບຕິດໂຊຊຽວ, ແຊັດ, ລົມ, ຫລິ້ນອິນເຕີເນັດ, ເບິ່ງຢູທູບ…ຜ່ານໂທລະສັບ ອາດເຮັດໃຫ້ໂທລະສັບຕົກໃສ່ໜ້າ ແລະ ຍັງເຮັດໃຫ້ສາຍຕາຜິດປົກກະຕິໄດ້”

 

ແຕ່ຖ້າທ່ານເປັນຄົນໜຶ່ງທີ່ລ່ຽງພຶດຕິກໍາເຫລົ່ານີ້ໄດ້ ເພວກເຮົາຂໍສະແດງຄວາມຍິນດີນໍາ.