ກົມອາຫານ ແລະ ຢາ ສະຫະລັດອາເມລິກາ ອະນຸມັດ ຊີ້ນໄກ່ສັງເຄາະຈາກຫ້ອງວິທະຍາສາດ “ປອດໄພສໍາລັບຜູ້ບໍລິໂພກ”
ໃນຫລາຍປີທີ່ຜ່ານມາເຕັກໂນໂລຊີ “ຊີ້ນສັດທາງເລືອກ” ໄດ້ກາຍເປັນອີກໜຶ່ງໃນອາຫານທີ່ໄດ້ຮັບຄວາມນິຍົມຫລາຍຂຶ້ນເລື້ອຍໆ, ຄວາມນິຍົມຂອງອາຫານໃນຮູບແບບນີ້ອາດຈະມີການພັດທະນາຂຶ້ນມາອີກເລື້ອຍໆ ເພາະລ່າສຸດອົງການອາຫານ ແລະ ຢາ ຂອງສະຫະລັດກໍໄດ້ອອກມາປະກາດວ່າ ພວກເຂົາໄດ້ອະນຸມັດຜະລິດຕະພັນ “ຊີ້ນສັດສັງເຄາະໃນຫ້ອງວິທະຍາສາດ” ກົມອາຫານ ແລະ ຢາ ຂອງສະຫະລັດອາເມລິກາ (USFDA) ໄດ້ປະກາດໃຫ້ຊີ້ນໄກ່ສັງເຄາະ ຂອງບໍລິສັດ Upside Foods ປອດໄພສໍາລັບຜູ້ບໍລິໂພກ…









