ຈີນໃຫ້ຄຳໝັ້ນ ໃນການສ້າງໂຮງໝໍເພີ່ມ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ

ຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ໃຫ້ຄຳໝັ້ນວ່າ: ຈະເພີ່ມຄວາມແຂງແຮງຂອງເຄືອຂ່າຍໂຮງໝໍ ເພື່ອປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢ່າງມີປະສິດທິພາບຂຶ້ນ ເຊິ່ງສົ່ງສັນຍານວ່າຈີນກຳລັງກຽມຄວາມພ້ອມຮັບມືຈຳນວນຜູ້ຕິດເຊື້ອໂຄວິດ-19 ທີ່ເພີ່ມສູງຂຶ້ນ, ຂະນະທີ່ກຳລັງພິຈາລະນາຫລຸດຜ່ອນມາດຕະການຄວບຄຸມໂຄວິດ-19.

ທ່ານ ກົວ ຢຽນຫົງ ເຈົ້າໜ້າທີ່ NHC ຖະແຫລງຕໍ່ສື່ມວນຊົນ ໃນນະຄອນຫລວງປັກກິ່ງວ່າ: ຈີນຈະສ້າງໂຮງໝໍເພີ່ມອີກທີ່ຊ່ຽວຊານດ້ານການປິ່ນປົວຜູ້ຕິດເຊື້ອໂຄວິດລະດັບປານກາງ ແລະ ຮຸນແຮງ. ຂະນະທີ່ພະແນກຜູ້ຕິດເຊື້ອໜັກຈະຄິດເປັນອັດຕາສ່ວນ 10% ຂອງຕຽງໃນໂຮງໝໍທັງໝົດ ເພື່ອຮອງຮັບກຸ່ມຜູ້ຕິດເຊື້ອທີ່ບອບບາງ.

ທ່ານ ກົວ ກ່າວອີກວ່າ: ແຕ່ລະເມືອງຂອງຈີນຄວນສ້າງຄລີນິກຜູ້ຕິດເຊື້ອເພີ່ມຂຶ້ນ ເພື່ອອຳນວຍຄວາມສະດວກໃນການກວດຫາເຊື້ອໂຄວິດແຕ່ຫົວທີ່. ຂະນະດຽວກັນ ກໍເພີ່ມຈຳນວນໂຮງໝໍຊົ່ວຄາວ ເພື່ອຮອງຮັບຜູ້ຕິດເຊື້ອທີ່ບໍ່ສະແດງອາການ ຫລື ມີອາການບໍ່ຮຸນແຮງ.

ທ່ານ ເຊິນ ຫົງປິນ ເຈົ້າໜ້າທີ່ຈາກ NHC ລະບຸວ່າ: ເຈົ້າໜ້າທີ່ກຳລັງຮ່າງແຜນເພື່ອເລັ່ງສັກວັກຊີນ, ແຕ່ບໍ່ໄດ້ລະບຸລາຍລະອຽດ ເຊິ່ງຖືເປັນ 1 ໃນ 20 ມາດຕະການໃໝ່ເພື່ອມຸ່ງສະກັດການແພ່ລະບາດຂອງພະຍາດໂຄວິດທີ່ເຜີຍແພ່ໃນອາທິດຜ່ານມາ ໂດຍທາງການຈີນເອີ້ນວ່າ: ການເພີ່ມປະສິດທິພາບສຳລັບແນວທາງປະຕິບັດ.

ຂະນະທີ່ເຈົ້າໜ້າທີ່ຢືນຢັນວ່າ: ພວກເຂົາຍັງມຸ່ງໝັ້ນຈະຄວບຄຸມໂຄວິດຢ່າງເຂັ້ມງວດ, ແຕ່ແນວທາງໃໝ່ ເຊິ່ງຫລຸດຜ່ອນເວລາການກັກຕົວສຳລັບຜູ້ເດີນທາງເຂົ້າປະເທດ ແລະ ຜູ້ສຳຜັດໃກ້ຊິດ ໄດ້ສ້າງຄວາມຫວັງວ່າຈີນກຳລັງເດີນໜ້າໄປສູ່ທິດທາງການຢູ່ຮ່ວມກັບໂຄວິດ-19 ເຊັ່ນດຽວກັບປະເທດອື່ນໆທົ່ວໂລກ.

ສຳນັກຂ່າວບລູມເບິກລາຍງານວ່າ: ການເນັ້ນການເພີ່ມຈຳນວນໂຮງໝໍຍັງສະທ້ອນເຖິງຄວາມເປັນໄປໄດ້ທີ່ຈີນຈະປ່ຽນຈາກການຕິດຕາມຈຳນວນຜູ້ຕິດເຊື້ອໄປສູ່ການປ້ອງກັນການເຈັບເປັນຮຸນແຮງ ແລະ ການເສຍຊີວິດ.

ຈີນພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 23.276 ຄົນໃນວັນທີ 16 ພະຈິກ ໂດຍໃນຈຳນວນນີ້ເປັນຜູ້ຕິດເຊື້ອທີ່ສະແດງອາການ 2.388 ຄົນ ແລະ ບໍ່ສະແດງອາການ 20.888 ຄົນ.