ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມໂຄງການພັດທະນາການສື່ສານແຫ່ງຊາດ

ໃນວັນທີ 7 ສິງຫານີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ລົງຢ້ຽມຢາມເບິ່ງໂຄງການພັດທະນາລະບົບການສື່ສານແຫ່ງຊາດຄື: ໂຄງການຕ້ານການໂຈລະກຳທາງອິນເຕີເນັດກະຊວງປ້ອງກັນຄວາມສະຫງົບ, ສູນອິນເຕີເນັດແຫ່ງຊາດກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ໂຄງການສື່ສານຮັບໃຊ້ການນຳກະຊວງປ້ອງກັນປະເທດ, ໂດຍໄດ້ຮັບການຕ້ອນຮັບຈາກຄະນະນໍາກະຊວງກ່ຽວຂ້ອງດັ່ງກ່າວຢ່າງອົບອຸ່ນ, ພ້ອມຮັບຟັງລາຍງານວ່າ: ປັດຈຸບັນໂຄງການພັດທະນາເຫລົ່ານີ້ແມ່ນສຳເລັດການກໍ່ສ້າງພື້ນຖານໂຄງລ່າງ, ພ້ອມທັງໄດ້ຕິດຕັ້ງເຄື່ອງອຸປະກອນເຕັກໂນໂລຊີທີ່ທັນສະໄໝຄົບຊຸດ ແລະ ໄດ້ມີການທົດລອງນຳໃຊ້ລະບົບຕ່າງໆໃນການຕິດຕາມກວດກາຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ໂດຍສະເພາະແກ້ໄຂຄະດີ-ຂໍ້ຂັດແຍ່ງຕ່າງໆ, ຮັບປະກັນການຄຸ້ມຄອງ ແລະ ບໍລິການດ້ານອິນເຕີເນັດໃຫ້ມີຄວາມປອດໄພ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າ ແລະ ຜົນງານຂອງໂຄງການພັດທະນາການສື່ສານແຫ່ງຊາດທີ່ຍາດມາໄດ້ໃນໄລຍະຜ່ານມາ, ຊຶ່ງຈະເປັນພື້ນຖານໜັກແໜ້ນໃຫ້ແກ່ການສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໄດ້ເປັນຢ່າງດີ ແລະ ໃນສະພາບທີ່ລະບົບເຕັກໂນໂລຊີຂໍ້ມູນຂ່າວສານໄດ້ມີການຜັນແປກ້າວໜ້າພັດທະນາໄປຢ່າງວ່ອງໄວນີ້, ຊຶ່ງຈະມີທັງອັນສະດວກ ແລະ ສິ່ງທ້າທາຍຫລາຍດ້ານຄຽງຄູ່ກັນໄປ. ສະນັ້ນໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໃຫ້ພາກສ່ວນຮັບພິຊອບໂຄງການຕ້ອງໃຫ້ມີການປະສານງານກັນຢ່າງເປັນລະບົບກົມກຽວແໜ້ນ, ເອົາໃຈໃສ່ປັບປຸງໂຄງປະກອບການຈັດຕັ້ງ, ຈັດແບ່ງໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ຊັດເຈນ, ພ້ອມທັງເພີ່ມທະວີແລກປ່ຽນຖອດຖອນບົດຮຽນ ແລະ ພົວພັນ ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດໃນເງື່ອນໄຂແຫ່ງການເຊື່ອມໂຍງຂົງເຂດພາກພື້ນ ແລະ ສາກົນ, ໄປຄຽງຄູ່ກັບການນຳໃຊ້ລະບົບ ແລະ ອຸປະກອນເຄື່ອງມືຕ່າງໆໃຫ້ເກີດປະໂຫຍດສູງສຸດຕໍ່ປະເທດຊາດ, ປະຢັດມັດທະຢັດ ແລະ ລວມໄປເຖິງການສ້າງ ແລະ ປັບປຸງນິຕິກຳເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

