ການາດາ ຂາດແຄນ ຢາແກ້ປວດສຳຫລັບເດັກນ້ອຍ ຂະນະທີ່ຈຳນວນຄົນເຈັບເປັນພະຍາດລະບົບທາງເດີນຫາຍໃຈ ເພີ່ມຂຶ້ນສູງ
ສຳນັກຂ່າວຊິນຮົວລາຍງານວ່າ: ວັນທີ 22 ພະຈິກ 2022 ນີ້, ການາດາ ກຳລັງຜະເຊີນພາວະຂາດແຄນຢາແກ້ປວດສຳຫລັບເດັກນ້ອຍ ຂະນະ ທີ່ຄົນເຈັບທີ່ເປັນພະຍາດລະບົບທາງເດີນຫາຍໃຈເພີ່ມຂຶ້ນທົ່ວປະເທດ. ລາຍງານລະບຸວ່າ: ການາດາ ບໍ່ສາມາດຈັດການພາວະຂາດແຄນຢາໄດ້ ເປັນຕົ້ນແມ່ນ ບູໂພຣເຟນ (ibuprofen) ແລະ ກຸ່ມຢາ ອະເຊຕາມິໂນເຟນ (acetaminophen)…










