ເຄື່ອງບິນໂດຍສານ ຕຳລົດດັບເພີງ ເສຍຊີວິດ 2 ຄົນ ບາດເຈັບ 1 ຄົນ ທີ່ປະເທດເປຣູ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເວລາປະມານ 15:25 ນາທີ ຂອງວັນທີ 18 ພະຈິກ 2022 ນີ້ ເກີດເຫດເຄື່ອງບິນໂດຍສານ ສາຍການບິນລາແຕມຂອງປະເທດເປຣູ ຕຳກັບລົດດັບເພີງ ທີ່ກຳລັງຈະບິນຂຶ້ນ ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ແລະ ບາດເຈັບ ອີກ 1 ຄົນ ຂະນະທີ່ເຄື່ອງບິນເກີດໄຟລຸກໄໝ້ ຈົນເກີດຄວາມເສຍຫາຍ.
ອຸບັດເຫດທີ່ບໍ່ຄາດຄິດເກີດຂຶ້ນທີ່ສະໜາມບິນນານາຊາດນະຄອນລິມາ ປະເທດເປຣູ, ຂະນະທີ່ເຄື່ອງບິນໂດຍສານ ກຳລັງຈະບິນຂຶ້ນເພື່ອອອກເດີນທາງໄປ ເມືອງ ຈູເລຍກາ ແຕ່ໄປຕຳເອົາລົດດັບເພີງທີ່ກຳລັງແລ່ນຢູ່ ຈົນເກີດໄຟລຸກຂຶ້ນ ໂຊກດີທີ່ຜູ້ສານ ຂອງສາຍການບິນບໍ່ໄດ້ຮັບບາດເຈັບ ແຕ່ເຈົ້າໜ້າທີ່ດັບເພີງທີ່ຢູ່ໃນລົດ ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 1 ຄົນ ຈາກເຫດການດັ່ງກ່າວ.

