ສະມັດຊາໃຫຍ່ UN ລົງມະຕິຮຽກຮ້ອງຢຸດຍິງຢູ່ກາຊາ

ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ຢູ່ນະຄອນນິວຢອກຂອງອາເມລິກາ ມີມະຕິສໍາຄັນກ່ຽວກັບວິກິດການສູ້ຮົບຢູ່ເຂດກາຊາ ໂດຍຮຽກຮ້ອງໃຫ້ມີ “ການຢຸດຍິງເພື່ອມະນຸດສະທໍາ” ໃນທັນທີ ເພື່ອນໍາໄປສູ່ການຢຸດຕິການສູ້ຮົບ ແລະ ເປີດທາງສໍາລັບການຊ່ວຍເຫລືອ ແລະ ຄຸ້ມຄອງຊີວິດພົນລະເຮືອນ ແລະ ເຈົ້າໜ້າທີ່ດ້ານມະນຸດສະທໍາໃນກາຊາ.

ໂດຍ 193 ປະເທດສະມາຊິກອົງການສະຫະປະຊາຊາດ (UN) ມີມະຕິຈະແຈ້ງດ້ວຍຄະແນນສຽງສະໜັບສະໜູນ 121 ຕໍ່ 14 ສຽງ ແລະ ງົດອອກສຽງ 44 ສຽງ.

ຮ່າງມະຕິດັ່ງກ່າວເຊິ່ງສະເໜີໂດຍປະເທດອາຣັບບໍ່ມີຜົນຜູກມັດຕາມກົດໝາຍ, ແຕ່ຖືເປັນການສະທ້ອນຄວາມກັງວົນຂອງທົ່ວໂລກທີ່ມີຕໍ່ສະຖານະການຢູ່ເຂດກາຊາ.

ຂະນະທີ່ກ່ອນການລົງມະຕິ, ກອງປະຊຸມໄດ້ປະຕິເສດຮ່າງມະຕິສະບັບແກ້ໄຂທີ່ສະເໜີໂດຍການາດາ ແລະ ອາເມລິກາ ເຊິ່ງຕ້ອງການໃຫ້ປະນາມການໂຈມຕີກໍ່ການຮ້າຍຂອງກຸ່ມຮາມັດຕໍ່ອິດສະລາແອນໃນວັນທີ 7 ຕຸລາ ແລະ ຮຽກຮ້ອງໃຫ້ຮາມັດປ່ອຍຕົວປະກັນທີ່ຖືກຈັບໄປທັນທີ.

ອ້າງອີງ: