ອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຖານະເປັນອົງການມະຫາຊົນຂອງພັກ ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກເພື່ອສ້າງສະມາຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ.
ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ປະກອບຄຳເຫັນໃນຫົວຂໍ້: “ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ສະມາ ຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ” ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໃນວັນທີ 18 ພະຈິກນີ້ວ່າ: ສສຍລ ໄດ້ເອົາວຽກງານດັ່ງກ່າວຕິດພັນກັບການປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນຂອງຕົນຮ່ວມກັບຂະແໜງການອື່ນໆດ້ວຍຫຼາຍຮູບແບບທັງຕິດພັນກັບການປະຕິບັດວຽກງານວິຊາສະເພາະ, ການສ້າງຂະບວນການ ແລະ ກິດຈະກໍາໃນໂອກາດວັນສໍາຄັນຕ່າງໆ. ເວົ້າລວມ, ຄະນະສະຫະພັນແມ່ຍິງໄດ້ນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຄື: ສ້າງແມ່ຍິງໃຫ້ກາຍເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ, ການສ້າງບ້ານ 3 ດີຕິດພັນກັບວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກພ້ອມກັບການກໍ່ສ້າງຮາກຖານການເມືອງ, ການສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບການສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ພະນັກງານ, ລັດຖະກອນ, ສະມາຊິກສະຫະພັນແມ່ຍິງ, ເອື້ອຍນ້ອງແມ່ຍິງບັນດາເຜົ່າໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ.
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວໃຫ້ຮູ້ຕື່ມວ່າ: ເພດຍິງໃນ ສປປ ລາວ ກວມເກືອບເຄິ່ງໜຶ່ງຂອງພົນລະເມືອງ, ພະນັກງານ, ລັດຖະກອນທີ່ເປັນເພດຍິງກວມກວ່າ 47,45%, ມີສະມາຊິກສະຫະພັນແມ່ຍິງປະມານ 1,3 ລ້ານກວ່າຄົນ, ອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຖານະເປັນອົງການມະຫາຊົນຂອງພັກຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເພື່ອສ້າງສະມາຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ. ໃນນັ້ນສະຫະພັນແມ່ຍິງລາວໄດ້ສືບຕໍ່ປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວແຕ່ລະໄລຍະຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ເອົາໃຈໃສ່ສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ເສີມຂະຫຍາຍມູນເຊື້ອພິລະອາດຫານເພື່ອເຮັດໃຫ້ເອື້ອຍນ້ອງແມ່ນຍິງຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດອັນດີງາມຂອງແມ່ຍິງ, ພະນັກງານປະຕິວັດອາວຸ ໂສຮຸ່ນກ່ອນ ຊຶ່ງເຮັດໃຫ້ສະມາຊິກສະຫະພັນແມ່ຍິງຈໍານວນຫຼາຍຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ມີຄວາມອົດທົນ, ດຸໝັ່ນ, ສາມັກຄີໂອບເອື້ອອາລີ, ດໍາລົງຊີວິດດ້ວຍຄວາມປອດໃສ, ຫຼາຍຄອບຄົວໄດ້ຖືກຄັດເລືອກເປັນຄອບຄົວວັດທະນະທໍາ, ຄອບຄົວພັດທະນາ, ຄອບຄົວທີ່ເປັນແບບຢ່າງໃນການຜະລິດກະສິກຳ, ຫັດຖະກໍາ, ກາຍເປັນແບບຢ່າງໃນການດໍາເນີນທຸລະກິດ, ເປັນແບບຢ່າງທາງດ້ານວິຊາການ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຫຼາຍສະຫາຍໄດ້ຮັບການຍ້ອງຍໍໃນລະດັບຕ່າງໆ, ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກການຈັດຕັ້ງ-ສັງຄົມ ຍ້ອນແນວນັ້ນຈຶ່ງໄດ້ຮັບການບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງຄຸ້ມຄອງນໍາພານັບມື້ເພີ່ມຂຶ້ນ, ປຸກລະດົມຊຸກຍູ້ໃຫ້ແມ່ຍິງເຂົ້າເຖິງຂໍ້ມູນຂ່າວສານຜ່ານໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ, ສື່ອອນລາຍ; ປັບປຸງຕາໜ່າງຂ່າວສານສະຫະພັນແມ່ຍິງລາວກວມທົ່ວປະເທດ, ຊຸກຍູ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ, ຍິງໜຸ່ມ, ນັກຮຽນ, ນັກສຶກສາ ແລະ ມວນຊົນໃນທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດເຂົ້າຊົມຫ້ອງວາງສະແດງມູນເຊື້ອ, ການດໍາລົງຊີວິດ ແລະ ວັດທະນະທໍາຂອງແມ່ຍິງບັນດາເຜົ່າ, ສິນສາຍໄໝ, ຫໍພິພິຕະພັນ, ອານຸສອນສະຖານປະຫວັດສາດຂອງການນໍາພັກ-ລັດ, ຂອງສະຫະພັນແມ່ຍິງ ແລະ ອື່ນໆຢ່າງເປັນຂະບວນຟົດຟື້ນ, ພິເສດໃນໂອກາດວັນສໍາຄັນຂອງພັກ, ຂອງຊາດ ແລະ ຂອງແມ່ຍິງລາວຈັດຂຶ້ນ ການນໍາພັກ-ລັດໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ, ໃຫ້ທິດຊີ້ນໍາ, ຊຸກຍູ້-ຕິດຕາມຢ່າງໃກ້ຊິດ ແລະ ເປັນກຳລັງໃຈໃນການເຄື່ອນໄຫວຂະບວນການຂອງແມ່ຍິງ, ເອື້ອຍນ້ອງແມ່ຍິງຕະຫຼອດມາ ເຮັດໃຫ້ເອື້ອຍນ້ອງແມ່ຍິງມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດນັບມື້ນັບສູງຂຶ້ນ.