ສຳນັກຂ່າວ ຊິນຮວາ, ສຳນັກງານການຄ້າຕ່າງປະເທດ ອິນເດຍ ລາຍງານໃຫ້ຮູ້ວ່າ: ລັດຖະບານອິນເດຍປະກາດຍົກເລີກຄຳສັ່ງຫ້າມສົ່ງອອກເຂົ້າປອດສານພິດ (organic) ລວມທັງເຂົ້າຫັກ ຫລັງຈາກບັງຄັບໃຊ້ຄຳສັ່ງດັ່ງກ່າວເປັນເວລາ 3 ເດືອນແລ້ວ ໂດຍເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ທັນວານີ້.
ອິນເດຍຫ້າມສົ່ງອອກເຂົ້າເພື່ອຮັບປະກັນການສະໜອງເຂົ້າໃຫ້ພຽງພໍກັບຄວາມຕ້ອງການພາຍໃນປະເທດທ່າມກາງຄວາມເປັນຫ່ວງວ່າ ຈະຜະເຊີນກັບການຂາດແຄນເຂົ້າຫລັງຈາກການຜະລິດ ຫລຸດລົງ.
ນອກນີ້, ລັດຖະບານ ອິນເດຍ ຍັງໄດ້ເກັບພາສີ ສົ່ງອອກເຂົ້າ 20% ສຳລັບ ແນວພັນ ເຂົ້າປອດສານພິດ ເພື່ອເພີ່ມ ປະລິມານ ການສະໜອງເຂົ້າໃນທົ່ວປະເທດ.