ເກີດເຫດລະເບີດ ໂຮງຮຽນສາສະໜາ ອັບການິດສະຖານ ນັກຮຽນເສຍຊີວິດ 17 ຄົນ ແລະ ບາດເຈັບຫລາຍຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 30 ພະຈິກ 2022 ນີ້, ເກີດເຫດລະເບີດໂຈມຕີໂຮງຮຽນສອນສາສະໜາທີ່ເມືອງໄອບັດ ແຂວງ ຊາມັນກັນ ພາກເໜືອຂອງປະເທດອັບການິດສະຖານ ເຮັດໃຫ້ມີຄົນເສຍຊີວິດ 17 ຄົນ ແລະ ບາດເຈັບອີກ 26 ຄົນ ຜູ້ຖືກເຄາະຮ້າຍສ່ວນໃຫຍ່ເປັນນັກຮຽນອາຍຸປະມານ 9-15 ປີ.
ທາງການອັບການິດສະຖານ ເຜີຍວ່: ກອງກຳລັງຄວາມໝັ້ນຄົງຕາລີບັນ ກຳລັງສືບສວນຫາຄວາມຈິງ ແລະ ໃຫ້ຄຳໝ້ັນວ່າຈະຈັບຕົວຄົນຮ້າຍມາລົງໂທດໃຫ້ໄດ້.

