ປະຊາກອນຫວຽດນາມໃກ້ເຖິງ 100 ລ້ານຄົນໃນປີ 2023

ສື່ທ້ອງຖິ່ນຫວຽດນາມລາຍງານວ່າ: ປັດຈຸບັນຫວຽດນາມມີປະຊາກອນຫລາຍກວ່າ 99 ລ້ານຄົນ ເຊິ່ງເຮັດໃຫ້ຫວຽດນາມເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດອັນດັບ 15 ຂອງໂລກ, ອັນດັບ 8 ຂອງອາຊີ ແລະ ອັນດັບ 3 ຂອງອາຊີຕາເວັນອອກສຽງໃຕ້.
ລາຍງານລະບຸວ່າ: ຈຳນວນປະຊາກອນຂອງຫວຽດນາມຈະສູງເຖິງ 100 ລ້ານຄົນພາຍໃນປີ 2023 ໂດຍປັດຈຸບັນມີຜູ້ຍິງອາຍຸ 15-49 ປີເກືອບ 25 ລ້ານຄົນ ຢູ່ໃນໄວຈະເລີນພັນ ເຊິ່ງຕົວເລກນີ້ມີທ່າອ່ຽງເພີ່ມຂຶ້ນເປັນ 26 ລ້ານຄົນພາຍໃນປີ 2030.
ສ່ວນທະນາຄານໂລກລະບຸວ່າ: ຫວຽດນາມກາຍເປັນສັງຄົມສູງອາຍຸໃນປີ 2015 ແລະ ຈະເປັນສັງຄົມສູງອາຍຸແບບສົມບູນພາຍໃນປີ 2035 ເຊິ່ງເຮັດໃຫ້ຫວຽດນາມເປັນໜຶ່ງໃນປະເທດທີ່ມີຈຳນວນຜູ້ສູງອາຍຸເພີ່ມຂຶ້ນໄວທີ່ສຸດໃນໂລກ.

