ທ່ານ ຈຽງເຈີໝິນ ອະດີດປະທານປະເທດຈີນເສຍຊີວິດແລ້ວ

ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຈຽງເຈີໝິນ ອະດີດປະທານປະເທດຈີນ ເສຍຊີວິດແລ້ວໃນວັນທີ 30 ພະຈິກນີ້ ດ້ວຍອາຍຸ 96 ປີ.

ລາຍງານລະບຸວ່າ: ທ່ານ ຈຽງເຈີໝິນ ເສຍຊີວິດໃນນະຄອນຊຽງໄຮ້ ດ້ວຍພະຍາດມະເຮັງເມັດເລືອດຂາວ ແລະ ອະໄວຍະວະຫລາຍສ່ວນລົ້ມເຫລວເມື່ອເວລາ 12:13 ໂມງ ຂອງວັນທີ 30 ພະຈິກ ຕາມເວລາທ້ອງຖິ່ນ.

ທ່ານ ຈຽງເຈີໝິນ ໄດ້ຂຶ້ນຄອງອຳນາດໃນຈີນ ຫລັງຜ່ານພົ້ນເຫດປາບປາມການປະທ້ວງຢູ່ຈະຕຸລັດທຽນອັນເໝິນໃນປີ 1989 ໂດຍທ່ານເປັນບຸກຄົນທີ່ຈົດຈຳໃນຖານະຜູ້ນຳປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກ, ເຮັດໃຫ້ຈີນຂຶ້ນສູ່ການເປັນມະຫາອຳນາດໃນເວທີໂລກ ແລະ ເປັນຜູ້ນຳຈີນເຂົ້າຮ່ວມອົງການການຄ້າໂລກ (WTO) ໃນປີ 2001.