ຈີນ ຢຶດຢາສູບທີ່ລັກລອບຂົນສົ່ງ ເກືອບ 93.000 ຫີບ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 28 ພະຈິກ 2022ນີ້ ໜ່ວຍງານຍາມຝັ່ງ ແຂວງກວາງຕຸ້ງ ທາງພາກໃຕ້ ຂອງ ຈີນ ໄດ້ຈັບກຸມ ຜູ້ຕ້ອງສົງໄສ 30 ຄົນ ແລະ ກວດຢຶດ ຢາສູບ ທີ່ລັກລອບ ຂົນສົ່ງປະມານ 93.000 ຫີບ ດ້ວຍມູນຄ່າ ປະມານ 27 ລ້ານຢວນ . ນອກນີ້ ຍັງໄດ້ຢຶດລົດບັນທຸກ 14 ຄັນ ແລະ ກຳປັ່ນດັດແປງໃໝ່ 1 ລຳ. ໂດຍ ເຈົ້າໜ້າທີ່ ຍາມຝັ່ງ ໄດ້ຮັບຂໍ້ມູນ ກິດຈະກຳ ຕ້ອງສົງໄສ ໃນບໍລິເວນ ນອກແຄມຝັ່ງ ເມືອງໜານອ້າວ ຂອງ ເມືອງ ຊ່ານໂຖວ ເມືອບໍ່ດົນມານີ້. ສະນັ້ນ ເຈົ້າໜ້າທີ່ຕຳຫລວດ ຈຶ່ງໄດ້ລົງໄປກວດກາ ໃນພື້ນທີ່ດັ່ງກ່າວ ແລະ ພົບເຫັນ ສິ່ງຢາສູບທີ່ ຜິດກົດໝາຍ. ປັດຈຸບັນ, ເຈົ້າໜ້າທີ່ ຕຳຫລວດຈີນ ພວມເລັ່ງດຳເນີນຄະດີ ກັບ ຜູ້ຕ້ອງສົງໄສ ດັ່ງກ່າວ.