UN ເຕືອນປະຊາກອນຢູ່ກາຊາກວ່າເຄິ່ງໜຶ່ງກໍາລັງອົດຕາຍ ຂະນະທີ່ອິດສະລາແອນເດີນໜ້າຖະຫລົ່ມຮາມັດ

ທ່ານ ຄາລ ສເກົາ ຮອງຜູ້ອໍານວຍການໂຄງການອາຫານໂລກແຫ່ງສະຫະປະຊາຊາດ (UN World Food Programme) ເຕືອນວ່າປະຊາກອນປະມານເຄິ່ງໜຶ່ງຢູ່ເຂດກາຊາກໍາລັງຈະອົດຕາຍ ທ່າມກາງສະຖານະການສູ້ຮົບທີ່ຍັງທະວີຄວາມຮຸນແຮງ.
ໂດຍທ່ານ ສເກົາ ເປີດເຜີຍວ່າ: ໃນແຕ່ລະວັນມີສະບຽງອາຫານຈໍານວນໜ້ອຍທີ່ສາມາດສົ່ງເຂົ້າໄປໃນເຂດກາຊາໄດ້. ຂະນະທີ່ 9 ໃນ 10 ຄອບຄົວໃນຫລາຍພື້ນທີ່ຂອງກາຊາ ຕ້ອງດໍາລົງຊີວິດທັງກາງເວັນ ແລະ ກາງຄືນໂດຍບໍ່ມີອາຫານກິນ.
ນັບແຕ່ຂໍ້ຕົກລົງຢຸດຍິງຊົ່ວຄາວລະຫວ່າງອິດສະລາແອນ ແລະ ຮາມັດສິ້ນສຸດລົງໃນວັນທີ 1 ທັນວາ ກອງທັບອິດສະລາແອນເດີນໜ້າຂະຫຍາຍປະຕິບັດການໂຈມຕີຈາກພື້ນທີ່ຕອນເໜືອຂອງກາຊາໄປເມືອງຂ່ານຢູນິສທາງໃຕ້ຂອງກາຊາ ເຊິ່ງເຊື່ອວ່າມີແກນນໍາຮາມັດຫລາຍຄົນລີ້ຊ້ອນຢູ່ ໂດຍກອງກໍາລັງທະຫານພ້ອມລົດຖັງອິດສະລາແອນປິດລ້ອມເມືອງເພື່ອໂຈມຕີ ສົ່ງຜົນເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນ.
ຂະນະທີ່ໂຄສົກກອງທັບອິດສະລາແອນຍອມຮັບວ່າ: ການເສຍຊີວິດ ແລະ ບາດເຈັບທີ່ເກີດຂຶ້ນຕໍ່ພົນລະເຮືອນຢູ່ກາຊາຖືເປັນຄວາມເຈັບປວດ, ແຕ່ອິດສະລາແອນ “ບໍ່ມີທາງເລືອກອື່ນ”.
WFP ຢືນຢັນວ່າ: ຈໍາເປັນຕ້ອງມີການຢຸດຍິງຊົ່ວຄາວຄັ້ງທີ 2 ເພື່ອເປີດທາງໃຫ້ມີການສົ່ງສະບຽງອາຫານ ແລະ ສິ່ງຂອງຈໍາເປັນຂ້າມຊາຍແດນຈາກອີຢິບເຂົ້າໄປໃນກາຊາເພີ່ມຂຶ້ນ.
ອ້າງອີງ:

