WHO ຢືນຢັນ ບໍ່ມີໂຄວິດສາຍພັນໃໝ່ລະບາດໃນຈີນ
ວັນທີ 4 ມັງກອນ, ເຈົ້າໜ້າທີ່ຈາກອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ຈາກການທົບທວນຂໍ້ມູນຈາກທາງການຈີນພົບວ່າ: ປັດຈຸບັນຍັງບໍ່ມີໂຄວິດສາຍພັນໃໝ່ລະບາດໃນຈີນ. ລາຍງານຈາກ WHO ລະບຸວ່າ: ໂຄວິດສາຍພັນທີ່ແພ່ລະບາດໜັກຢູ່ຈີນໃນປັດຈຸບັນຄືໂອມິຄຣອນ BA.5.2 ແລະ BF.7 ເຮັດໃຫ້ທົ່ວໂລກຫລຸດຜ່ອນຄວາມກັງວົນກ່ຽວກັບບັນຫາທີ່ວ່າອາດມີໂຄວິດສາຍພັນໃໝ່ເກີດຂຶ້ນຢູ່ຈີນ. ອ້າງອີງ: https://www.reuters.com/world/china/china-urges-final-victory-over-covid-global-concern-mounts-over-spread-2023-01-04/









