ທະຫານຟີລິບປິນຍຶດຂົວໃກ້ຖານທີ່ໝັ້ນ ຂອງກຸ່ມຕິດອາວຸດຢູ່ມາລາວີ

ທະຫານຟີລິບປິນຍຶດຂົວເສັ້ນສຳຄັນທີ່ເຊື່ອມສູ່ຕຳແໜ່ງຖານທີ່ໝັ້ນສຳຄັນຂອງກຸ່ມຕິດອາວຸດຢູ່ເມືອງມາລາວີທາງຕອນໃຕ້ຂອງປະເທດໄດ້ແລ້ວ. ທັງນີ້ ຈະບໍ່ມີການບຸກໂຈມຕີ ແຕ່ຈະໃຊ້ວິທີການກົດດັນ ເພື່ອຊ່ວຍເຫລືອຕົວປະກັນທີ່ຖືກຈັບ.
ພົນຈັດຕະວາ ເຣສຕິຕູໂຕ ພາດິວລາ ໂຄສົກກອງທັບຟີລິບປິນ ຖະແຫລງວ່າ: ທະຫານສາມາດຍຶດຂົວມາປັນດີ ເຊິ່ງເປັນເສັ້ນທາງເຊື່ອມເຂົ້າສູ່ເຂດທຸລະກິດສ່ວນໃນຂອງເມືອງມາລາວີໄດ້ສຳເລັດ. ທັງນີ້ເຊື່ອວ່າຍັງມີສະມາຊິກກຸ່ມຕິດອາວຸດເຫລືອຢູ່ໃນພື້ນທີ່ດັ່ງກ່າວປະມານ 40-60 ຄົນ ແລະ ມີຜູ້ທີ່ຖືກຈັບເປັນຕົວປະກັນອີກປະມານ 80-100 ຄົນ ໂດຍສ່ວນຫລາຍອາດຈະຢູ່ພາຍໃນມັດສະຢິດ. ເຖິງຢ່າງໃດກໍດີ, ຈະບໍ່ມີການບຸກໂຈມຕີ ແລະ ພາລະກິດຕົ້ນຕໍຄືການຊ່ວຍຕົວປະກັນທັງໝົດ.
ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ສັ່ງໃຫ້ເຈົ້າໜ້າທີ່ໃຊ້ຄວາມລະມັດລະວັງ ລວມທັງບໍ່ໃຫ້ປະຕິບັດການຈູ່ໂຈມ ເຊິ່ງອາດຈະກໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດຂອງຕົວປະກັນ, ເຖິງວ່າສະຖານະການຄວາມບໍ່ສະຫງົບໃນພື້ນທີ່ຈະຕ້ອງຍືດເຍື້ອອອກໄປກໍຕາມ. ຫລ້າສຸດເຫດປະທະລະຫວ່າງທະຫານ ແລະ ກຸ່ມຕິດອາວຸດ ທີ່ມີສ່ວນເຊື່ອມໂຍງກັບກຸ່ມລັດອິດສະລາມ ຫລື IS ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫລາຍກວ່າ 650 ຄົນ ໃນຈຳນວນນີ້ເປັນພົນລະເມືອງ 45 ຄົນ.
ສ່ວນທ່ານ ເດວຟິນ ລໍເຣນຊານາ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສະແດງຄວາມກັງວົນວ່າ: ຕົວປະກັນຈະຖືກໃຊ້ເປັນເຄື່ອງມືບັງຄັບໃຫ້ກໍ່ເຫດລະເບີດຂ້າຕົວຕາຍໂຈມຕີເຈົ້າໜ້າທີ່.

