ອີງຕາມຕົວເລກຂໍ້ມູນສະຖິຕິ ສະຫະພາບເອີຣົບເປີດເຜີຍ ວັນທີ 6 ມັງກອນ 2023 ຜ່ານມານີ້ ວ່າ: ຖ້າຄິດໄລ່ຕາມອັດຕາໃນໝົດປີ, ອັດຕາເງິນເຟີ້ໃນເດືອນທັນວາ 2022 ນີ້ຂອງເຂດໃຊ້ເງິນເອີໂຣແມ່ນ 9,2%, ເມື່ອທຽບໃສ່ອັດຕາເງິນເຟີ້ ຂອງເດືອນພະຈິກ ຢູ່ລະດັບ10,1% ຖືວ່າມີທ່າອ່ຽງຫລຸດລົງ.
ສາເຫດຂອງການຫລຸດລົງ ຍ້ອນລາຄາພະລັງງານຫລຸດລົງໃນໄລຍະຜ່ານມາ, ອັດຕາເງິນເຟີ້ໃນເດືອນທັນວາ 2022 ນີ້ຂອງເຂດໃຊ້ເງິນເອີໂຣໄດ້ຕ່ຳກວ່າ 10% ແລ້ວ, ແຕ່ວ່າອັດຕາເງິນເຟີ້ພື້ນຖານຍັງບໍ່ມີສັນຍານຫລຸດລົງເທື່ອ ແລະ ມີທ່າອ່ຽງເພີ່ມຂຶ້ນໃນລະດັບໃດໜຶ່ງເມື່ອທຽບໃສ່ອັດຕາເງິນເຟີ້ພື້ນຖານໃນລະດັບ 5% ຂອງເດືອນພະຈິກ. ຄຽງຄູ່ກັບວິສາຫະກິດຕ່າງໆສືບຕໍ່ປັບປຸງລາຄາ, ອັດຕາເງິນເຟີ້ພື້ນຖານຍັງອາດຈະເພີ່ມຂຶ້ນອີກ.
ເລີ່ມແຕ່ເດືອນກໍລະກົດປີ 2022 ມາຮອດປັດຈຸບັນ, ທະນາຄານກາງເອີຣົບໄດ້ຂຶ້ນອັດຕາດອກເບ້ຍພື້ນຖານທັງໝົດ 250 ຈຸດເປັນ 4 ເທື່ອລຽນຕິດ ເພື່ອຄວບຄຸມອັດຕາເງິນເຟີ້.