ມຽນມາອອກຄໍາສັ່ງຫ້າມກັກຕຸນເຊື້ອໄຟ ຜູ້ໃດຝ່າຝືນມີໂທດຕິດຄຸກ ພ້ອມປັບໄໝ

ບຸກຄົນໃດທີ່ມີເຊື້ອໄຟຈໍານວນຫລາຍໃນຄອບຄອງ ຫລື ເຄື່ອນຍ້າຍເຊື້ອໄຟຈໍານວນຫລາຍ ໂດຍບໍ່ໄດ້ຮັບອະນຸຍາດ ອາດຖືກລົງໂທດຕິດຄຸກ ແລະ ປັບໄໝ 2.370 ໂດລາສະຫະລັດ.
ວັນທີ 11 ທັນວາ, ສໍານັກງານກວດສອບຜະລິດຕະພັນປີໂຕຣລຽມແຫ່ງຊາດເລີ່ມກວດສອບ ແລະ ເບິ່ງແຍງການເຄື່ອນຍ້າຍ ແລະ ການຄອບຄອງເຊື້ອໄຟໂດຍບໍ່ໄດ້ຮັບອະນຸຍາດນັບແຕ່ວັນທີ 10 ທັນວາຜ່ານມາ.
ທັງນີ້, ບຸກຄົນໃດກໍຕາມທີ່ຄອບຄອງ ແລະ ເຄື່ອນຍ້າຍເຊື້ອໄຟຫລາຍກວ່າ 50 ແກລອນ ຫລື 180 ລິດ ໂດຍບໍ່ໄດ້ຮັບອະນຸຍາດ ອາດຖືກປັບໄໝສູງເຖິງ 2.370 ໂດລາສະຫະລັດ ແລະ ຕິດຄຸກສູງສຸດ 1 ປີ.
ການດໍາເນີນດັ່ງກ່າວຂອງໜ່ວຍງານລັດຢູ່ມຽນມາເກີດຂຶ້ນ ທ່າມກາງສະຖານະການການຂາດເຂີນເຊື້ອໄຟຢູ່ເມືອງຢາງກຸ້ງ ສົ່ງຜົນເຮັດໃຫ້ປະຊາຊົນຈໍານວນຫລາຍ ນໍາເອົາພາຫະນະຂອງຕົນເອງມາຕໍ່ແຖວຍາວ ເພື່ອຖ້າໃສ່ນໍ້າມັນຕາມສະຖານີບໍລິການເກືອບທຸກແຫ່ງຢູ່ເມືອງໃຫຍ່ທີ່ສຸດຂອງປະເທດ.

