ຍີ່ປຸ່ນກຳຈັດສັດປີກ 10 ລ້ານກວ່າໂຕ ຫລັງໄຂ້ຫວັດສັດປີກລະບາດໜັກ

ກະຊວງກະສິກໍາ, ປ່າໄມ້ ແລະ ປະມົງຂອງຍີ່ປຸ່ນ ເປີດເຜີຍໃນວັນທີ 10 ມັງກອນວ່າ: ຍີ່ປຸ່ນໄດ້ກໍາຈັດສັດປີກໃນຟາມເກີນ 10 ລ້ານໂຕແລ້ວ ເນື່ອງຈາກໄຂ້ຫວັດສັດປີກຍັງແພ່ລະບາດໄປທົ່ວປະເທດ.
ໃນການລະບາດຄັ້ງນີ້ ມີການຂ້າສັດປີກແລ້ວ 10,08 ລ້ານໂຕ ຫລາຍກວ່າສະຖິຕິເກົ່າໃນລະຫວ່າງເດືອນພະຈິກ 2020 ຫາເດືອນມີນາ 2021 ທີ່ຂ້າສັດປີກແລ້ວ 9,87 ລ້ານໂຕ.
ປັດຈຸບັນ ມີການຢືນຢັນການຕິດເຊື້ອໄຂ້ຫວັດສັດປີກແລ້ວທັງໝົດ 57 ຄັ້ງ ໃນ 23 ແຂວງ ເຊິ່ງບໍ່ເຄີຍປາກົດມາກ່ອນ.
ໂຕເລກດັ່ງກ່າວເກີດຂຶ້ນຫລັງລັດຖະບານແຂວງມິຢາຊາກິເລີ່ມກໍາຈັດໄກ່ໄຂ່ປະມານ 100.000 ໂຕຢູ່ຟາມໃນມິຢາຊາກິໃນວັນທີ 10 ມັງກອນ ຫລັງຈາກພົບການຕິດເຊື້ອຄັ້ງໃໝ່ຜ່ານການທົດລອງທາງພັນທຸກໍາ.
ການຕິດເຊື້ອດັ່ງກ່າວຖືເປັນຄັ້ງທີ 3 ໃນແຂວງມິຢາຊາກິ ເຮັດໃຫ້ທາງການທ້ອງຖິ່ນຕ້ອງອອກມາດຕະການຈໍາກັດການເຄື່ອນຍ້າຍສັດປີກປະມານ 3,96 ລ້ານໂຕໃນຟາມ 123 ແຫ່ງພາຍໃນລັດສະໝີ 10 ກິໂລແມັດຈາກຈຸດທີ່ກວດພົບການຕິດເຊື້ອຄັ້ງຫລ້າສຸດ.
ສໍານັກຂ່າວກຽວໂດລາຍງານວ່າ: ໄກ່ໄຂ່ມີອັດຕາຫລາຍທີ່ສຸດໃນບັນດາສັດປີກທີ່ຖືກກໍາຈັດໃນໄລຍະທີ່ມີການລະບາດຄັ້ງນີ້ ແລະ ມີຈຳນວນປະມານ 8% ຂອງແມ່ໄກ່ທີ່ລ້ຽງທົ່ວປະເທດຈໍານວນ 130 ລ້ານໂຕ.
ການກໍາຈັດໄກ່ໄຂ່ຈໍານວນຫລາຍສົ່ງຜົນໃຫ້ລາຄາໄຂ່ເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກສະພາບເງິນເຟີ້ຢ່າງໜັກ.
ທັງນີ້, ເນື່ອງຈາກໄຂ້ຫວັດສັດປີກມີການແພ່ລະບາດໄປທົ່ວໂລກ ຫລາຍຝ່າຍຈຶ່ງເຊື່ອກັນວ່າ ນົກອົບພະຍົບຄືພາຫະທີ່ນໍາເຊື້ອເຂົ້າມາຍີ່ປຸ່ນ.

