ຕາລີບັນ ຫ້າມນັກຮຽນຍິງອັບການິດສະຖານ ສອບເສັງເຂົ້າມະຫາວິທະຍາໄລ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 30 ມັງກອນ 2023 ນີ້, ກະຊວງສຶກສາທິການຂອງອັບການິດສະຖານ ພາຍໃຕ້ການນຳຂອງລັດຖະບານຕາລີບັນມີຄຳສັ່ງໃຫ້ມະຫາວິທະຍາໄລເອກະຊົນ ໃນອັບການິດສະຖານ ບໍ່ອະນຸຍາດໃຫ້ນັກຮຽນຍິງ ສອບເສັງເຂົ້າມະຫາວິທະຍາໄລໃນເດືອນໜ້າ, ພ້ອມເນັ້ນເຖິງນະໂຍບາຍທີ່ຈຳກັດຜູ້ຍິງບໍ່ໃຫ້ເຂົ້າຮຽນໃນລະດັບມັດທະຍົມສຶກສາ. ເມື່ອເດືອນທັນວາ ຜ່ານມາ ກະຊວງມັດທະຍົມສຶກສາອັບການິດສະຖານ ແຈ້ງຕໍ່ມະຫາວິທະຍາໄລຫລາຍແຫ່ງວ່າ ບໍ່ອະນຸຍາດໃຫ້ນັກສຶກສາຍິງເຂົ້າຮຽນ ຈົນກວ່າຈະມີປະກາດເພີ່ມເຕີມ. ຂໍ້ຈຳກັດໃນການເຮັດວຽກ ແລະ…









