ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນນະຄອນຫລວງວຽງຈັນຍັງບໍ່ໄປບໍ່ມາ

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງທັງຫລາຍ. ກໍດັ່ງເຮົາຮັບຮູ້ນຳກັນແລ້ວວ່າ: ເມື່ອທ້າຍເດືອນມິຖຸນາຜ່ານມານີ້, ການນຳນະຄອນຫລວງວຽງຈັນໄດ້ມີຄຳສັ່ງໃຫ້ຂະແໜງການກ່ຽວຂ້ອງ ຄືພະແນກໂຍທາທິການ ແລະ ຂົນສົ່ງ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ເຈົ້າໜ້າທີ່ຈະລາຈອນ ພ້ອມເມືອງກ່ຽວຂ້ອງຕ່າງໆ ໃຫ້ເລັ່ງຈັດສັນຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມຂອງຕົວເມືອງ ໂດຍສະເພາະແມ່ນການເລີກຮື້ການນຳໃຊ້ແຄມທາງຍ່າງເປັນບ່ອນຝາກລົດ, ຂາຍເຄື່ອງຊະຊາຍ ດັ່ງຢູ່ເສັ້ນທາງເຂດຕະຫລາດຂົວດິນ, ຕະຫລາດເຊົ້າ ເຊິ່ງເປັນເຂດແອອັດກວ່າໝູ່ໃຫ້ສຳເລັດໄປໂດຍໄວ ແລະ ໄດ້ອອກເສັ້ນຕາຍແມ່ນໃຫ້ເລີ່ມປະຕິບັດຢ່າງເດັດຂາດນັບແຕ່ວັນທີ 20 ມິຖຸນາ 2017 ນີ້ເປັນຕົ້ນໄປ, ແຕ່ແລ້ວຈົນມາຮອດປັດຈຸບັນກໍເຫັນວ່າຍັງມີປະສິດທິຜົນໜ້ອຍ, ຜູ້ລັກລອບຂາຍເຄື່ອງ ແລະ ຈອດລົດຊະຊາຍຢູ່ບົນເສັ້ນທາງດັ່ງກ່າວກໍຍັງມີຫລາຍ, ສະພາບແອອັດຍັງສືບຕໍ່ ເຊິ່ງຍັງບໍ່ທັນໄດ້ເວົ້າເຖິງຫລາຍເສັ້ນທາງກໍມີສະພາບຮ້າຍແຮງດັ່ງກ່າວເຊັ່ນກັນ ໂດຍສະເພາະແມ່ນໃນເຂດຕະຫລາດໃຫຍ່ຕ່າງໆ ຄືເຂດເສັ້ນທາງໂພນຕ້ອງຈອມມະນີ ໃນບໍລິເວນຕະຫລາດນ້ອຍດັ່ງກ່າວ ໃນເວລາເລັ່ງດ່ວນກໍເກືອບຈະໄປບໍ່ໄດ້, ສະພາບແອອັດ-ລົດຕິດມີເປັນປະຈຳ ສາເຫດຕົ້ນຕໍກໍເນື່ອງມາຈາກການນຳໃຊ້ແຄມທາງເປັນບ່ອນຂາຍເຄື່ອງ ແລະ ເຮັດການບໍລິການຕ່າງໆທີ່ແກ່ຍາວມາຫລາຍປີແລ້ວ ແຕ່ບໍ່ໄດ້ຮັບການແກ້ໄຂ ແລະ ຕໍ່ມາກໍແມ່ນເຂດທາງແຄມຂອງໃນບໍລິເວນວັດຈັນກໍຕົກຢູ່ໃນສະພາບດັ່ງກ່າວເຊັ່ນກັນ ອັນໄດ້ສ້າງພາບພົດບໍ່ດີ ແລະ ບໍ່ຈົບງາມໃຫ້ແກ່ໂສມໜ້າຂອງນະຄອນຫລວງວຽງຈັນ ສົ່ງຜົນໃຫ້ການປະຕິບັດນະໂຍບາຍ 6 ສ ຂອງນະຄອນຫລວງເປັນໄປໄດ້ຍາກ. ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ຂະແໜງກ່ຽວຂ້ອງດັ່ງກ່າວເພີ່ມທະວີຈັດຕັ້ງປະຕິບັດມາດຕະການແກ້ໄຂສະພາບດັ່ງກ່າວໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ, ສ້າງໃຫ້ນະຄອນຫລວງມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ.

