ນິວຊີແລນປະກາດສະຖານະການສຸກເສີນໃນໂອ໊ກແລນ ຫລັງປະສົບອຸທົກກະໄພຄັ້ງໃຫຍ່

ລັດຖະບານນິວຊີແລນປະກາດສະຖານະການສຸກເສີນໃນເມືອງໂອ໊ກແລນ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດ ຫລັງປະສົບອຸທົກກະໄພຄັ້ງໃຫຍ່ຈາກການເກີດຝົນຕົກໜັກ. ຂະນະທີ່ເຈົ້າໜ້າທີ່ສັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່.
ເຫດອຸທົກກະໄພດັ່ງກ່າວໄດ້ເຮັດໃຫ້ເກີດນໍ້າຖ້ວມໃນສະໜາມບິນໂອ໊ກແລນ ແລະ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ. ຂະນະທີ່ການຈະລາຈອນຕິດຂັດ ແລະ ເຮັດໃຫ້ປະຊາຊົນ ແລະ ທຸລະກິດຂາດເຂີນໄຟຟ້າ.
ນອກຈາກນີ້, ມີການປະກາດຍົກເລີກການສະແດງຄອນເສີດຂອງ ເອລຕັນ ຈອນ ນັກຮ້ອງຊື່ດັງ ກ່ອນການສະແດງຈະເລີ່ມຂຶ້ນພຽງບໍ່ເທົ່າໃດນາທີ ໂດຍການສະແດງດັ່ງກ່າວຄາດວ່າຈະມີຜູ້ເຂົ້າຊົມເຖິງ 40.000 ຄົນ.
ເຈົ້າໜ້າທີ່ພະຍາກອນອາກາດຄາດວ່າ: ຫລາຍພື້ນທີ່ໃນໂອ໊ກແລນຈະຜະເຊີນຝົນຕົກໜັກຕໍ່ໄປອີກ 5 ວັນ.

