ຕົວເລກເສດຖະກິດຮຸ່ງເຮືອງໜຸນໂອກາດທີ່ ນາງ ແມເຄິລ ຈະເປັນນາຍົກເຢຍລະມັນສະໄໝທີ 4

ຄວາມເຊື່ອໝັ້ນຜູ້ບໍລິໂພກເຢຍລະມັນບັນລຸລະດັບສູງສຸດໃນຮອບ 16 ປີ ເປັນຕົວເລກເສດຖະກິດຫລ້າສຸດທີ່ດີຢ່າງຕໍ່ເນື່ອງ ແລະ ຈະເພີ່ມໂອກາດໃຫ້ນາຍົກລັດຖະມົນຕີ ອັງເກລາ ແມເຄິລ ໄດ້ດຳລົງຕຳແໜ່ງຕໍ່ເປັນສະໄໝທີ 4 ໃນການເລືອກຕັ້ງທົ່ວໄປວັນທີ 24 ກັນຍານີ້.
ກຸ່ມວິໄຈຕະຫລາດ GFK ຄາດວ່າ: ຄວາມເຊື່ອໝັ້ນຜູ້ບໍລິໂພກເຢຍລະມັນຈະເພີ່ມຂຶ້ນ 0,2% ຈາກເດືອນນີ້ເປັນ 10,8 ຈຸດໃນເດືອນໜ້າ ເຊິ່ງຈະສູງທີ່ສຸດນັບແຕ່ເດືອນຕຸລາ 2001 ແລະ ຄາດວ່າຕົວເລກການບໍລິໂພກພາກເອກະຊົນໃນປີນີ້ຈະເພີ່ມຂຶ້ນຢ່າງໜ້ອຍ 1,5% ສອດຄ່ອງກັບຄວາມເຊື່ອໝັ້ນຂະແໜງທຸລະກິດ ແລະ ຕົວເລກຂະແໜງການຜະລິດທີ່ເພີ່ມຂຶ້ນ. ຂະນະທີ່ອັດຕາວ່າງງານຫລຸດລົງທຳລາຍສະຖິຕິໃໝ່ທຸກເດືອນ, ຕົວເລກເສດຖະກິດທີ່ດີຂຶ້ນຢ່າງຕໍ່ເນື່ອງນີ້ຈະເປັນຜົນດີຕໍ່ທ່ານນາງ ແມເຄິລ, ຂະນະທີ່ພັກສະຫະພາບປະຊາທິປະໄຕຄຣິສຕຽນ (CDU) ຂອງນາງມີຄະແນນນິຍົມນຳພັກສັງຄົມປະຊາທິປະໄຕເຖິງ 13 ຈຸດ.
ທ່ານ ມາຣຕິນ ຊູລ ຫົວໜ້າພັກສັງຄົມປະຊາທິປະໄຕກຳລັງຫາສຽງໂຈມຕີທ່ານນາງ ແມເຄິລ ເລື່ອງຄວາມບໍ່ເທົ່າທຽມໃນສັງຄົມ ແລະ ອັນຕະລາຍຈາກວິກິດຜູ້ອົບພະຍົບວ່າ: ເຢຍລະມັນພວມຈະຊ້ຳຮອຍປີ 2015 ທີ່ຜູ້ລີ້ໄພສົງຄາມຊາວຊີຣີຫລັ່ງເຂົ້າປະເທດເກືອບລ້ານຄົນ ເຊິ່ງເປັນບັນຫາທີ່ສັ່ນຄອນນາງ ແມເຄິລ ຫລາຍທີ່ສຸດຕະຫລອດການດຳລົງຕຳແໜ່ງມາ 12 ປີ.

