ເຟດຂຶ້ນດອກເບ້ຍອີກ 0,25%

ເຟດຂຶ້ນດອກເບ້ຍອີກ 0,25%

ທະນາຄານກາງອາເມລິກາ ຫລື ເຟດ ປະກາດຂຶ້ນອັດຕາດອກເບ້ຍ 0,25% ເປັນໄປຕາມຕະຫລາດຄາດຄະເນໄວ້. ຄະນະກໍາມະການກໍານົດນະໂຍບາຍການເງິນຂອງລະບົບທະນາຄານກາງອາເມລິກາ ຫລື ເຟດ ປະກາດຂຶ້ນອັດຕາດອກເບ້ຍອີກ 0,25% ເຊິ່ງຈະເຮັດໃຫ້ອັດຕາດອກເບ້ຍນະໂຍບາຍຂອງອາເມລິກາຂຶ້ນມາຢູ່ລະຫວ່າງ 4,50-4,75% ເຊິ່ງເປັນໄປຕາມຕະຫລາດຄາດຄະເນໄວ້. ຂະນະທີ່ອັດຕາດອກເບ້ຍ ໃນປັດຈຸບັນຖືວ່າເປັນລະດັບສູງສຸດນັບແຕ່ເດືອນຕຸລາ ປີ 50 ເປັນຕົ້ນມາ. ການຂຶ້ນດອກເບ້ຍຄັ້ງນີ້…

IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ

IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ

ຄະນະກໍາມະການບໍລິຫານຂອງກອງທຶນການເງິນສາກົນ (IMF) ອະນຸມັດແຜນສະໜັບສະໜູນບັງກະລາເດັດມູນຄ່າ 4.700 ລ້ານໂດລາສະຫະລັດ ຕາມອັດຕາແລກປ່ຽນປັດຈຸບັນ ສົ່ງຜົນໃຫ້ບັງກະລາເດັດເປັນປະເທດທໍາອິດທີ່ເຂົ້າເຖິງກອງທຶນການຟື້ນຟູ ແລະ ຄວາມຍືນຍົງ (RSF) ທີ່ຈັດຕັ້ງຂຶ້ນໃໝ່. ວັນທີ 31 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ການອະນຸມັດຂອງຂໍ້ຕົກລົງພະນັກງານທີ່ບັນລຸໃນເດືອນພະຈິກຜ່ານມາ ຈະຊ່ວຍໃຫ້ສາມາດຈ່າຍເງິນປະມານ 476 ລ້ານໂດລາ ແກ່ບັງກະລາເດັດໄດ້ທັນທີ….

IMF ຫລຸດທ່າອ່ຽງການເຕີບໃຫຍ່ເສດຖະກິດອາຊຽນປີນີ້

IMF ຫລຸດທ່າອ່ຽງການເຕີບໃຫຍ່ເສດຖະກິດອາຊຽນປີນີ້

ກອງທຶນການເງິນສາກົນຫລຸດຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງສິງກະໂປ ແລະ ກຸ່ມ “ອາຊຽນ 5” ໃນປີນີ້ ເນື່ອງຈາກສະຖານະການໂລກ, ສ່ວນການເປີດປະເທດຂອງຈີນຍັງບໍ່ສົ່ງຜົນ ເພາະຫາກໍເກີດຂຶ້ນ. ວັນທີ 31 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນການເງິນສາກົນ (IMF) ຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງກຸ່ມ “ອາຊຽນ 5” ປະກອບມີ ສິງກະໂປ,…

ຜູ້ເສຍຊີວິດຈາກເຫດລະເບີດຢູ່ມັດສະຢິດໃນປາກິດສະຖານ ເພີ່ມຂຶ້ສູງກວ່າ 60 ຄົນແລ້ວ ທາງການຄາດວ່າເປັນການຂ້າຕົວຕາຍ

ຜູ້ເສຍຊີວິດຈາກເຫດລະເບີດຢູ່ມັດສະຢິດໃນປາກິດສະຖານ ເພີ່ມຂຶ້ສູງກວ່າ 60 ຄົນແລ້ວ ທາງການຄາດວ່າເປັນການຂ້າຕົວຕາຍ

ຈໍານວນຜູ້ເສຍຊີວິດຈາກເຫດລະເບີດຢູ່ມັດສະຢິດແຫ່ງໜຶ່ງໃນເມືອງເປສະວາ ທາງຕາເວັນຕົກສຽງເໜືອຂອງປາກິດສະຖານ ໃນວັນທີ 30 ມັງກອນ ຕາມເວລາທ້ອງຖິ່ນ ສູງກວ່າ 60 ຄົນແລ້ວ ແລະ ໄດ້ຮັບບາດເຈັບອີກນັບຮ້ອຍຄົນ, ທາງການຄາດວ່າເຫດລະເບີດດັ່ງກ່າວເປັນການຂ້າຕົວຕາຍ. ທ່ານ ເຊບາດ ຊາຣີບ ນາຍົກລັດຖະມົນຕີປາກິດສະຖານ ຊີ້ວ່າ: ເຫດລະເບີດຄັ້ງນີ້ເປັນຝີມືຂອງກຸ່ມກໍ່ການຮ້າຍທີ່ຕ້ອງການຈະສ້າງບັນຍາກາດຂອງຄວາມຢ້ານກົວໃຫ້ບັນດາຜູ້ປະຕິບັດໜ້າທີ່ປົກປ້ອງປາກິດສະຖານ. ເບື້ອງຕົ້ນຍັງບໍ່ມີກຸ່ມກໍ່ການຮ້າຍກຸ່ມໃດອ້າງເປັນຜູ້ຢູ່ເບື້ອງຫລັງເຫດການໃນຄັ້ງນີ້, ແຕ່ທາງການປາກິດສະຖານເຊື່ອວ່າອາດມີການກ່ຽວຂ້ອງກັບກຸ່ມຕາລີບັນທີ່ຢູ່ໃນປະເທດແຫ່ງນີ້….

ອາເມລິກາປະກາດກຽມຍົກເລີກສະຖານະການສຸກເສີນ ເພື່ອຮັບມືໂຄວິດ 11 ພຶດສະພານີ້

ອາເມລິກາປະກາດກຽມຍົກເລີກສະຖານະການສຸກເສີນ ເພື່ອຮັບມືໂຄວິດ 11 ພຶດສະພານີ້

ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ປະກາດກຽມຍົກເລີກສະຖານະການສຸກເສີນເພື່ອຮັບມືໂຄວິດໃນວັນທີ 1 ພຶດສະພານີ້ ຫລັງປະກາດໃຊ້ມາເກືອບ 3 ປີ ນັບແຕ່ສະໄໝອະດີດປະທານາທິບໍດີ ໂດນັລ ທຣໍາ. ໂດຍການປະກາດໃຊ້ສະຖານະການສຸກເສີນດັ່ງກ່າວເປີດໂອກາດໃຫ້ທາງການອາເມລິກາຮັບມືພະຍາດໂຄວິດໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ. ອີກທັງຍັງເປີດໂອກາດໃຫ້ພົນລະເມືອງອາເມລິກາຫລາຍລ້ານຄົນເຂົ້າຮັບການກວດຫາເຊື້ອ, ເຂົ້າຮັບວັກຊີນ ແລະ ການປິ່ນປົວໄດ້ຟຣີໂດຍບໍ່ມີຄ່າໃຊ້ຈ່າຍ. ຜ່ານມາລັດຖະບານອາເມລິກາ ໄດ້ຈ່າຍເງິນຄ່າວັກຊີນປ້ອງກັນໂຄວິດ…

ສາວໄຕ້ຫວັນ ເປີດເຜີຍວ່າ ຖືກຕຳຫລວດໄທຮຽກເອົາເງິນ 27.000 ບາດ ຕຳຫລວດວຸ່ນກັນທັງກອງ ຄະດີພິກໄປມາຍັງບໍ່ມີຂໍ້ສະຫລຸບ

ສາວໄຕ້ຫວັນ ເປີດເຜີຍວ່າ ຖືກຕຳຫລວດໄທຮຽກເອົາເງິນ 27.000 ບາດ ຕຳຫລວດວຸ່ນກັນທັງກອງ ຄະດີພິກໄປມາຍັງບໍ່ມີຂໍ້ສະຫລຸບ

ຕະຫລອດໄລຍະ 1 ອາທິດຜ່ານມານີ້ ສັງຄົມໄທ ຟົດເດືອດ ແລະ ໂຈດຂານກັນເລື່ອງດາຣາສາວຊາວໄຕ້ຫວັນເປີດເຜີຍເລື່ອງຖືກເຈົ້າໜ້າທີ່ຕຳຫລວດໄທ ຮຽກເອົາເງິນ 2,7 ໝື່ນບາດ ຫລື ປະມານ 13,7 ລ້ານກີບ ໃນຂະນະທີ່ຕົນເອງໄປທ່ຽວປະເທດໄທໃນຕົ້ນເດືອນມັງກອນ ເຊິ່ງສາວໄຕ້ຫວັນ ເລົ່າວ່າ: ເອງໄດ້ໄປທ່ຽວຕາມສະຖານທີ່ບັນເທີງຕ່າງໆ ພໍເດິກແລ້ວກັບທີ່ພັກ ມາພໍ້ເອົາດ່ານຕຳຫລວດຢູ່ໜ້າສະຖານທູດຈີນ…

ອິນໂດເນເຊຍ ເຝົ້າລະວັງ ພະຍາດອະຫິວາໝູ ຫລັງມີໝູຕາຍຫລາຍກວ່າ 250 ຕົວ

ອິນໂດເນເຊຍ ເຝົ້າລະວັງ ພະຍາດອະຫິວາໝູ ຫລັງມີໝູຕາຍຫລາຍກວ່າ 250 ຕົວ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 30 ມັງກອນ, ອິນ​ໂດ​ເນ​ເຊຍ ​ເລັ່ງຄວບ​ຄຸມ ການ​ແພ່​ລະບາດ ພະ​ຍາດ ອະຫິວາ​ ອາ​ຟຣິກາ ​ໃນໝູ (ASF) ເຊິ່ງລາຍງານລະບຸວ່າ ມີໝູຕາຍ 253 ຕົວ ຕໍ່ມາຕາຍເພີ່ມອີກ 3 ຕົວ ໂດຍເຊື້ອ…

ເຢຍລະມັນ ປະສົບບັນຫາຂາດແຄນຄູສອນ ໃນຮອບ 50 ປີ

ເຢຍລະມັນ ປະສົບບັນຫາຂາດແຄນຄູສອນ ໃນຮອບ 50 ປີ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 29 ມັງກອນ 2023, ທ່ານ ໄຮ ເພເທີ ໄມດິງເງີ ປະທານສະມາຄົມຄູເຢຍລະມັນ ກ່າວວ່າ: ລະບົບການສຶກສາຂອງປະເທດກຳລັງປະເຊີນກັບພາວະຂາດແຄນຄູຄັ້ງໃຫຍ່ໃນຮອບ 50 ປີ. ຕາມຜົນການສຳຫລວດ ຈາກກຸ່ມກະຊວງສຶກສາທິການ ແລະ ກະຊວງກິດຈະກຳວັດທະນະທຳລະດັບລັດຂອງເຢຍລະມັນ ເຊິ່ງດຳເນີນການໂດຍເຄືອຂ່າຍສື່ມວນຊົນທ້ອງຖິ່ນເຢຍລະມັນ ພົບວ່າ:…

ປາກິດສະຖານຂຶ້ນລາຄານ້ຳມັນອີກລິດລະ 35 ຣູປີ ກ່ອນຫາລືນໍາ IMF

ປາກິດສະຖານຂຶ້ນລາຄານ້ຳມັນອີກລິດລະ 35 ຣູປີ ກ່ອນຫາລືນໍາ IMF

ລັດຖະບານປາກິດສະຖານຂຶ້ນລາຄານໍ້າມັນແອັດຊັງ ແລະ ກາຊວນໃນປະເທດອີກ 35 ຣູປີ ກ່ອນຕ້ອນຮັບຄະນະຜູ້ແທນຂອງ IMF ທ້າຍເດືອນນີ້ ເພື່ອເຈລະຈາກ່ຽວກັບເງິນກູ້ງວດໃໝ່. ວັນທີ 29 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນຂອງປາກິດສະຖານປະກາດ ການຂຶ້ນລາຄາຂາຍຍ່ອຍນໍ້າມັນແອັດຊັງ ແລະ ນໍ້າມັນກາຊວນ ເພີ່ມອີກລິດລະ 35 ຣູປີປາກິດສະຖານ…

ນາຍົກລັດຖະມົນຕີອັງກິດສັ່ງປົດຫົວໜ້າພັກຄອນເຊີເວທີບພົ້ນລັດຖະບານ ຫລັງພົວພົນຄະດີພາສີ

ນາຍົກລັດຖະມົນຕີອັງກິດສັ່ງປົດຫົວໜ້າພັກຄອນເຊີເວທີບພົ້ນລັດຖະບານ ຫລັງພົວພົນຄະດີພາສີ

ທ່ານ ຣິຊິ ຊູນັກ ນາຍົກລັດຖະມົນຕີອັງກິດ ສັ່ງປົດທ່ານ ນັດຮິມ ຊາຮາວີ ຫົວໜ້າພັກຄອນເຊີເວທີບ ແລະ ລັດຖະມົນຕີລອຍ (Minister Without Portfolio) ເຊິ່ງບໍ່ໄດ້ສັງກັດກະຊວງໃດກະຊວງໜຶ່ງ ແຕ່ມີສິດລົງຄະແນນສຽງໃນມະຕິຂອງຄະນະລັດຖະບານໃຫ້ພົ້ນຈາກຕໍາແໜ່ງໃນລັດຖະບານຊຸດປັດຈຸບັນແລ້ວ ໃນວັນທີ 29 ມັງກອນ ຕາມເວລາທ້ອງຖິ່ນ ຫລັງຈາກຜົນການສືບສວນຊີ້ວ່າ:…