G7 ຕົກລົງຂະຫຍາຍມາດຕະການຂວໍ້າບາດອຸດສາຫະກໍານໍ້າມັນຣັດເຊຍ
ອາເມລິກາ ແລະ ປະເທດພັນທະມິດ ເຫັນພ້ອມຈໍາກັດເພດານລາຄາຜະລິດຕະພັນປິໂຕຣລຽມເກຣດພຣີມຽມຂອງຣັດເຊຍເຊັ່ນ: ນໍ້າມັນແອັດຊັງຢູ່ລະດັບ 100 ໂດລາຕໍ່ບາເຣລ ແລະ ຈໍາກັດເພດານລາຄາຜະລິດຕະພັນນໍ້າມັນມູນຄ່າຕໍ່າເຊັ່ນ: ນໍ້າມັນເຕົາ ຢູ່ລະດັບ 45 ໂດລາຕໍ່ບາເຣລ. ການເຄື່ອນໄຫວດັ່ງກ່າວຖືເປັນການຂະຫຍາຍມາດຕະການຂວໍ້າບາດຕໍ່ອຸດສາຫະກໍານໍ້າມັນຂອງຣັດເຊຍ ຫລັງຈາກກ່ອນໜ້ານີ້ໃນທ້າຍປີຜ່ານມາ ທາງກຸ່ມ G7 ມີມະຕິຈໍາກັດເພດານລາຄານໍ້າມັນດິບຣັດເຊຍໄວ້ໃນລະດັບ 60 ໂດລາຕໍ່ບາເຣລ…










