WHO ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີຕິດຕາມ ແລະ ປະຕິບັດມາດຕະການປ້ອງກັນໂຄວິດ – 19

ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ບັນດາປະເທດໃນໂລກ ເພີ່ມທະວີການຕິດຕາມ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂຣກລະບາດໂຄວິດ-19. ຕາມບົດລາຍງານຂອງອົງການອະນາໄມໂລກ, ໃນເວລາ 28 ວັນ, ແຕ່ວັນທີ 20 ພະຈິກ 2023 ຫາວັນທີ 17 ທັນວາ 2023, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ – 19 ເພີ່ມຂຶ້ນຫຼາຍພໍສົມຄວນ, ມີ 850.000 ກໍລະນີຕິດພະຍາດໃໝ່ຢູ່ 105 ປະເທດ, ເພີ່ມຂຶ້ນ 52% ເມື່ອທຽບໃສ່ເວລາ 28 ວັນກ່ອນນັ້ນ. ກົງກັນຂ້າມ, ຈຳນວນຜູ້ເສຍຊີວິດລາຍໃໝ່ຍ້ອນຕິດພະຍາດໂຄວິດ – 19 ຫຼຸດລົງ 8% ຊຶ່ງມີ 3.000 ຄົນ. ສິ່ງທີ່ໜ້າສົນໃຈ, ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນບົດລາຍງານມີຜູ້ຕິດເຊື້ອພະຍາດເພີ່ມຂຶ້ນສູງເຖິງ 388% ໃນເວລາເກືອບ 1 ເດືອນ, ອິນໂດເນເຊຍ ມີຈຳນວນກໍລະນີຕິດພະຍາດລາຍໃໝ່ຫຼາຍທີ່ສຸດຢູ່ພາກພື້ນ 3.700 ຄົນ.

WHO ໄດ້ກະຕຸກຊຸກຍູ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຜັນຂະຫຍາຍບັນດາການ ເຄື່ອນໄຫວປ້ອງກັນພະຍາດດັ່ງກ່າວ.