ສຳນັກຂ່າວ ຣອຍເຕີ ລາຍງານວັນທີ 17 ກຸມພາ 2023 ນີ້ວ່າ: ຊາອຸດິ ອາຣັບບີ ມີເປົ້າໝາຍສ້າງເມືອງໃໝ່ເປັນມະຫານະຄອນລະດັບໂລກ ແລະ ສ້າງຄວາມຫລາກຫລາຍທາງດ້ານເສດຖະກິດຢູ່ໃຈກາງນະຄອນຫລວງ ຣີຢາດ (Riyadh) ມູນຄ່າການລົງທຶນ 800 ຕື້ໂດລາສະຫະລັດໃຫ້ສຳເລັດພາຍໃນປີ 2030 ເພື່ອປັບປຸງປະເທດໃຫ້ທັນສະໄໝ ແລະ ຫລຸດຜ່ອນການເພີ່ງພາລາຍຮັບຈາກການສົ່ງອອກນ້ຳມັນ.
ພາຍຫລັງເຈົ້າຊາຍ ໂມຮຳເໝັດ ບິນ ຊັລມານ (Mohammed bin Salman), ມົງກຸດ ລາຊະກຸມານ ແຫ່ງຊາອຸດິ ອາຣັບບີ ໄດ້ເປີດໂຕບໍລິສັດ ພັດທະນາ “New Murabba” ຈະດຳເນີນ ການພັດທະນາໂຄງການນີ້ເພື່ອສ້າງລະບົບພື້ນຖານໂຄງລ່າງລວມທັງພິພິທະພັນ, ວິທະຍາໄລເຕັກໂນໂລຊີ ແລະ ການອອກແບບ, ໂຮງລະຄອນອະເນກປະສົງລວມທັງສະຖານທີ່ທາງວັດທະນະທຳ ແລະ ຮ້ານບັນເທີງ ຫລາຍກວ່າ 80ແຫ່ງ ກວມເອົາ ເນື້ອທີ່ ເກືອບ 20 ກິໂລຕາແມັດ ທາງທິດຕາເວັນຕົກສຽງເໜືອ ຂອງນະຄອນຫລວງຣີຢັດ ແລະ ຈັດທີ່ພັກອາໄສ ໃຫ້ແກ່ຊາວເມືອງຫລາຍແສນຄົນ.
ນອກນີ້ຍັງສ້າງ ວຽກເຮັດງານທຳໂດຍທາງກົງ ແລະ ທາງອ້ອມປະມານ 334.000 ຕຳແໜ່ງ ແລະ ອາດເພີ່ມ ໂຄງການ ລົງທຶນອີກ ໃນຕໍ່ໜ້າ.