ເກີດແຜ່ນດິນໄຫວຂະໜາດ 6,4 ຣິກເຕີ ຢູ່ຕວັກກີຮອບໃໝ່ ມີຜູ້ເສຍຊີວິດ 3 ຄົນ ບາດເຈັບ 600 ກວ່າຄົນ

ໃນຕອນເດິກຜ່ານມາ ເກີດແຜ່ນດິນໄຫວຂຶ້ນອີກຢູ່ບໍລິເວນຊາຍແດນຂອງຕວັກກີ ແລະ ຊີເຣຍ ຫລື ເປັນເວລາພຽງ 2 ອາທິດຫລັງຈາກພື້ນທີ່ດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງໜັກຈາກແຜ່ນດິນໄຫວຂະໜາດໃຫຍ່ທີ່ຂ້າຊີວິດປະຊາຊົນໄປແລ້ວ 47.000 ກວ່າຄົນ ແລະ ທໍາລາຍບ້ານເຮືອນຂອງປະຊາຊົນໄປຫລາຍແສນຫລັງ.

ສູນແຜ່ນດິນໄຫວເມດິເຕີເຣນຽນເອີຣົບ (EMSC) ລະບຸວ່າ: ແຜ່ນດິນໄຫວຄັ້ງຫລ້າສຸດເກີດຂຶ້ນເວລາ 20:04 ໂມງ ຂອງວັນທີ 20 ກຸມພາ ຕາມເວລາທ້ອງຖິ່ນ ຫລື 00:04 ໂມງ ຂອງວັນທີ 21 ກຸມພາ ຕາມເວລາປະເທດລາວ ຄວາມຮຸນແຮງຂະໜາດ 6,4 ຣິກເຕີ ສູນກາງແຜ່ນດິນໄຫວຢູ່ໃກ້ກັບເມືອງອັນຕາເຄຍ ທາງຕອນໃຕ້ຂອງຕວກກີ. ແຮງສັ່ນສະເທືອນຮັບຮູ້ໄດ້ເຖິງຊີເຣຍ, ເອຢິບ ແລະ ລີບັງ ໂດຍມີລະດັບຄວາມເລິກ 10 ກິໂລແມັດ ອີກທັງຍັງມີອາບເຕີຊ໊ອກຕາມມາອີກຫລາຍສິບຄັ້ງ.

 

ອ້າງອີງ:

https://www.reuters.com/…/turkey-clears-away-rubble…/

https://www.bbc.com/news/world-europe-64711228