ປາກິດສະຖານເອີ້ນທູດກັບຈາກອີຣານ ປະທ້ວງການໂຈມຕີຂ້າມຊາຍແດນ

ລັດຖະບານປາກິດສະຖານເອີ້ນເອກອັກຄະລັດຖະທູດກັບມາຈາກອີຣານ ເພື່ອສະແດງຄວາມບໍ່ພໍໃຈຢ່າງໜັກຕໍ່ກໍລະນີອີກຝ່າຍປະຕິບັດການໂຈມຕີທາງອາກາດໃນປະເທດ.

ວັນທີ 18 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດປາກິດສະຖານອອກຖະແຫລງການໃນວັນທີ 17 ມັງກອນຜ່ານມາ ເອີ້ນເອກອັກຄະລັດຖະທູດປະຈໍານະຄອນຫລວງເຕຫະຣານໃຫ້ເດີນທາງກັບ ແລະ ບໍ່ອະນຸຍາດໃຫ້ເອກອັກຄະລັດຖະທູດອີຣານປະຈໍານະຄອນຫລວງອິສລາມາບັດ ເຊິ່ງຕອນນີ້ຢູ່ລະຫວ່າງເດີນທາງກັບໄປປະຕິບັດພາລະກິດຢູ່ອີຣານ ເດີນທາງເຂົ້າປະເທດອີກ.

ລັດຖະບານປາກິດສະຖານຢືນຢັນວ່າ: ການດໍາເນີນດັ່ງກ່າວເປັນການຕອບໂຕ້ປະຕິບັດການທາງທະຫານຂອງອີກຝ່າຍທີ່ເປັນການໂຈມຕີທາງອາກາດໃນຄືນວັນທີ 16 ມັງກອນຜ່ານມາ ໂດຍເປັນການລະເມີດນ່ານຟ້າແບບບໍ່ສົມເຫດສົມຜົນ ແລະ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນເປັນເດັກນ້ອຍ.

ຂະນະທີ່ລັດຖະບານເຕຫະຣານ, ກອງທັບອີຣານ ແລະ ກອງກໍາລັງພິທັກປະຕິວັດອີຣານ (IRGC) ຍັງບໍ່ມີຄວາມເຫັນຢ່າງເປັນທາງການ. ເຖິງຢ່າງໃດກໍຕາມ, ສື່ທ້ອງຖິ່ນຫລາຍແຫ່ງຂອງອີຣານລາຍງານວ່າ: ປະຕິບັດການໂຈມຕີທີ່ເກີດຂຶ້ນມີເປົ້າໝາຍ ຄືສໍານັກງານໃຫຍ່ຂອງກອງກໍາລັງຈາອິ ອັລ-ອັດ ໃນປາກິດສະຖານ ເຊິ່ງສ້າງຕັ້ງໃນປີ 2012 ແລະ ລັດຖະບານເຕຫະຣານຂຶ້ນບັນຊີດໍາເປັນກຸ່ມກໍ່ການຮ້າຍ ໂດຍຈາອິ ອັລ-ອັດ ມີຖານທີ່ໝັ້ນຢູ່ຕາມເຂດຊາຍແດນລະຫວ່າງປາກິດສະຖານກັບອີຣານ.

ທ່ານ ຮໍເຊັນ ເອເມຍ ອັບໂດລາຣຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ກ່າວວ່າ: IRGC ໂຈມຕີເປົ້າໝາຍຢູ່ປາກິດສະຖານແທ້, ແຕ່ຢືນຢັນວ່າ: ມຸ້ງເປົ້າໂຈມຕີສະເພາະສະຖານທີ່ທີ່ກ່ຽວຂ້ອງກັບກຸ່ມຈາອິ ອັລ-ອັດ ແລະ ບໍ່ມີປະຊາຊົນຄົນໃດຢູ່ປາກິດສະຖານໄດ້ຮັບຜົນກະທົບ. ອີກຢ່າງໜຶ່ງ, ກອງກໍາລັງຈາອິ ອັລ-ອັດ ຍອມຮັບວ່າ: ເປັນຜູ້ກໍ່ເຫດລະເບີດໂຈມຕີສະຖານີຕໍາຫລວດແຫ່ງໜຶ່ງຢູ່ພາກໃຕ້ຂອງອີຣານໃນເດືອນທັນວາປີຜ່ານມາ ແລະ ຂ້າຊີວິດເຈົ້າໜ້າທີ່ຢ່າງໜ້ອຍ 11 ຄົນ.

ອີກດ້ານໜຶ່ງ, ອີຣັກເອີ້ນເອກອັກຄະລັດຖະທູດກັບຈາກອີຣານຈາກກໍລະນີ IRGC ປະຕິບັດການໂຈມຕີດ້ວຍລູກສອນໄຟ ທໍາລາຍເປົ້າໝາຍຫລາຍແຫ່ງທີ່ກ່ຽວຂ້ອງກັບກຸ່ມກໍ່ການຮ້າຍຢູ່ເມືອງເອີບິລ ເຊິ່ງເປັນເມືອງເອກຂອງເຂດປົກຄອງຕົນເອງເຄີດິສຖານ ຕັ້ງຢູ່ພາກເໜືອຂອງອີຣັກ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 6 ຄົນ ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ລັດຖະບານແບກແດດ.