ສະກັອດແລນສ້າງຟາມພະລັງງານ ລົມລອຍນ້ຳໃຫຍ່ທີ່ສຸດໃນໂລກ

ບໍລິສັດສະຕາຕອຍຂອງນັອກແວເປີດໂຕຟາມຜະລິດໄຟຟ້າພະລັງງານລົມແຫ່ງໃໝ່ ຢູ່ນອກຝັ່ງເມືອງປີເຕີເຮດ ແຂວງອາເບີດິນເຊຍ ທາງຕາເວັນອອກສຽງເໜືອຂອງສະກັອດແລນ ໂດຍລະບຸວ່າເປັນຟາມຜະລິດໄຟຟ້າຈາກກັງຫັນລົມລອຍນ້ຳ ທີ່ດຳເນີນງານຢ່າງເຕັມຮູບແບບແຫ່ງທຳອິດ ແລະ ມີຂະໜາດໃຫຍ່ທີ່ສຸດໃນໂລກ.
ຟາມດັ່ງກ່າວມີຊື່ວ່າ: ໄຮວິນ (Hywind) ກຳລັງເດີນເຄື່ອງໃນໄລຍະທົດລອງເພື່ອຜະລິດໄຟຟ້າໃຫ້ປະຊາກອນປະມານ 20.000 ຄອບຄົວໃນບໍລິເວນໃກ້ຄຽງ ໂດຍທາງບໍລິສັດສະຕາຕອຍລະບຸວ່າ: ຈະສາມາດຜະລິດໄຟຟ້າໄດ້ໃນປະລິມານທຽບເທົ່າກັບຟາມພະລັງລົມແຫ່ງອື່ນໆໃນປັດຈຸບັນ ຫລື ຜະລິດໄດ້ຫລາຍກວ່າ.
ຟາມໄຮວິນຕັ້ງຢູ່ຫ່າງແຄມຝັ່ງໃນສ່ວນທະເລເປີດ ເຊິ່ງລະດັບນ້ຳມີຄວາມເລິກຫລາຍກວ່າປົກກະຕິ ໂດຍມີການຕິດຕັ້ງກັງຫັນລົມຂະໜາດຍັກ 5 ອັນ ເຊິ່ງກັງຫັນລົມເຫລົ່ານີ້ຈະລອຍຕັ້ງຊື່ເໜືອບ່ອນຫາປາ ເຊິ່ງຈະຈົມຢູ່ລະດັບຄວາມເລິກ 78 ແມັດຈາກຜິວນ້ຳ ແລະ ມີການຖ່ວງຖານນີ້ດ້ວຍສິນແຮ່ເຫລັກ ເພື່ອຊ່ວຍໃຫ້ກັງຫັນທີ່ມີນ້ຳໜັກເຖິງ 11.500 ໂຕນຕັ້ງຊື່ຢູ່ສະເໝີ.
ກັງຫັນລົມຜະລິດໄຟຟ້າມີຄວາມສູງ 175 ແມັດ, ຖານທາງຫລັງໃບພັດມີຂະໜາດໃຫຍ່ພໍຈະຈອດລົດເມສອງຊັ້ນໄດ້ສອງຄັນ, ສ່ວນໃບພັດມີຄວາມຍາວ 75 ແມັດ ເຊິ່ງມີຂະໜາດເກືອບເທົ່າກັບປີກຂອງເຮືອບິນແອບັສ. ນອກຈາກນີ້ ໃບພັດດັ່ງກ່າວຍັງຄວບຄຸມດ້ວຍຊັອບແວທີ່ເປັນນະວັດຕະກຳຫລ້າສຸດ ເພື່ອຊ່ວຍໃຫ້ກັງຫັນລົມຕັ້ງຊື່ສະເໝີ ໂດຍສາມາດປັບອົງສາບິດໄປມາໄດ້ໂດຍອັດຕະໂນມັດ ເພື່ອຫລຸດແຮງລົມ ຫລື ແຮງຄື້ນກະທົບ ລວມທັງຕ້ານທານກະແສນ້ຳທີ່ປັ່ນປ່ວນໄດ້ນຳ.
ເຖິງວ່າປັດຈຸບັນນີ້ຄ່າໃຊ້ຈ່າຍໃນການຜະລິດໃບພັດກັງຫັນລົມທີ່ມີຄວາມທັນສະໄໝດັ່ງກ່າວຈະຍັງມີລາຄາສູງ, ແຕ່ຜູ້ບໍລິຫານຟາມໄຮວິນເຊື່ອວ່າເຕັກໂນໂລຊີນີ້ຈະມີລາຄາຖືກລົງໃນອະນາຄົດອັນໃກ້ ເຊິ່ງຈະເຮັດໃຫ້ຕົ້ນທຶນ ແລະ ຄ່າໄຟຟ້າຈາກພະລັງລົມຫລຸດລົງໄປນຳ ເຊັ່ນດຽວກັບກັງຫັນລົມຜະລິດໄຟຟ້າແບບເກົ່າໄດ້ເຄີຍເຮັດສຳເລັດມາແລ້ວ.
ທັງນີ້, ການຜະລິດໄຟຟ້າຈາກພະລັງງານລົມນອກແຄມຝັ່ງກຳລັງໄດ້ຮັບຄວາມນິຍົມທົ່ວໂລກ ລວມທັງຢູ່ອາເມລິກາ ແລະ ຍີ່ປຸ່ນ ໂດຍຄ່າໄຟຟ້າທີ່ຜະລິດຈາກຟາມພະລັງລົມປະເພດນີ້ຫລຸດລົງເຖິງ 32% ນັບແຕ່ປີ 2012 ເປັນຕົ້ນມາ ເຊິ່ງຖືວ່າຫລຸດລົງໄວກວ່າການຄາດຄະເນ ແລະ ຄາດວ່າຈະຍັງຫລຸດລົງໄປເລື້ອຍໆ ຈົນເຮັດໃຫ້ພະລັງງານໄຟຟ້າປະເພດນີ້ມີລາຄາຖືກກວ່າຜະລິດໂດຍໂຮງໄຟຟ້າພະລັງງານນິວເຄຼຍ.

