ເກີດເຫດຄົນຮ້າຍກວາດຍິງຫລາຍຈຸດໃນລັດມິສຊິສຊິບປີ ມີຜູ້ເສຍຊີວິດແລ້ວ 6 ຄົນ ຈັບກຸມຜູ້ກໍ່ເຫດໄດ້ແລ້ວ

ວັນທີ 17 ກຸມພາ, ເກີດເຫດຄົນຮ້າຍບຸກກວາດຍິງໃນເມືອງນ້ອຍໆແຫ່ງໜຶ່ງໃນລັດມິສຊິສຊິບປີຂອງອາເມລິກາ ໂດຍລາວໄດ້ສັງຫານອະດີດພັນລະຍາ ແລະ ບຸກຄົນອື່ນໆອີກ 5 ຄົນໃນ 3 ສະຖານທີ່ ກ່ອນເຈົ້າໜ້າທີ່ຈະຈັບກຸມໄດ້.

ເຫດນອງເລືອດຄັ້ງນີ້ເກີດຂຶ້ນໃນອາຄາບັດລາ (Arkabutla) ເຊິ່ງເປັນເມືອງນ້ອຍໆໃນຊົນນະບົດທີ່ມີປະຊາກອນບໍ່ຮອດ 300 ຄົນໃນເທດເຄົາຕີ ທາງຕອນເໜືອຂອງລັດມິສຊິສຊິບປີ ຫ່າງຈາກເມືອງເມມຟິສ ລັດເທນເນສຊີໄປທາງໃຕ້ປະມານ 60 ກິໂລແມັດ ພາຍຫລັງຮູ້ຊື່ວ່າຜູ້ກໍ່ເຫດຄືທ້າວ ຣິຊາດ ເດວ ຄຣໍາ ອາຍຸ 51 ປີ ໂດຍລາວຖືກຕັ້ງຂໍ້ຫາຄາດຕະກຳໂດຍເຈດຕະນາ.

ລາຍງານລະບຸວ່າ: ເຈົ້າໜ້າທີ່ໄດ້ຮັບໂທລະສັບແຈ້ງເຫດຈາກປະຊາຊົນຄັ້ງທໍາອິດວ່າມີການກວາດຍິງເກີດຂຶ້ນຢູ່ຮ້ານຂາຍເຄື່ອງໃນປໍ້ານໍ້າມັນແຫ່ງໜຶ່ງ ໂດຍມີຜູ້ຊາຍ 1 ຄົນເສຍຊີວິດ ແລະ ຍັງບໍ່ທັນທີ່ເຈົ້າໜ້າທີ່ຈະໄປຮອດຈຸດເກີດເຫດທຳອິດ ໄດ້ມີໂທລະສັບເຂົ້າມາອີກວ່າຄົນຮ້າຍໄດ້ຍ້າຍໄປກໍ່ເຫດຢູ່ເຮືອນຫລັງໜຶ່ງເຊິ່ງຢູ່ບໍ່ໄກຈາກປໍ້ານໍ້າມັນ ເຊິ່ງໃນບໍລິເວນດັ່ງກ່າວມີຜູ້ຍິງເສຍຊີວິດອີກ 1 ຄົນ ຮູ້ພາຍຫລັງວ່າຜູ້ຕາຍເປັນອະດີດພັນລະຍາຂອງຜູ້ກໍ່ເຫດ.

ຫລັງຈາກນັ້ນ ເຈົ້າໜ້າທີ່ໄດ້ເລັ່ງຕິດຕາມຄົນຮ້າຍຈາກເສັ້ນທາງຂັບລົດຂອງລາວ ເຊິ່ງມຸ່ງໜ້າໄປເຮືອນອີກຫລັງໜຶ່ງ ກ່ອນຈະສາມາດຄວບຄຸມເອົາໄວ້ໄດ້ ໂດຍເຮືອນຫລັງນັ້ນຄືເຮືອນຂອງລາວເອງ ແລະ ເຈົ້າໜ້າທີ່ພົບຜູ້ເສຍຊີວິດອີກ 4 ຄົນໃນສະຖານທີ່ດັ່ງກ່າວ ໂດຍມີ 2 ຄົນຢູ່ຫລັງເຮືອນ ແລະ ອີກ 1 ຄົນຢູ່ຖະໜົນ, ສ່ວນອີກຄົນໜຶ່ງເສຍຊີວິດຢູ່ໃນລົດ.

ເຖິງຢ່າງໃດກໍຕາມ, ປັດຈຸບັນເຈົ້າໜ້າທີ່ຍັງບໍ່ຮູ້ແຮງຈູງໃຈໃນການກໍ່ເຫດທີ່ແນ່ນອນ ເຊິ່ງຈະມີການສືບສວນຕໍ່ໄປ ໂດຍເລີ່ມຈາກການກວດສອບການພົວພັນຂອງຜູ້ກໍ່ເຫດກັບອະດີດພັນລະຍາທີ່ຖືກສັງຫານ.

ອ້າງອີງ:

http://www.reuters.com/…/mississippi-shootings-leaves…/

www.bbc.com/news/world-us-canada-64684350

http://apnews.com/…/ed6a42d82a1c40fcb9c8f83408a3bee7