ອິນເດຍພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ XBB.1.16 ສູງເຖິງ 12,591 ຄົນ

ອິນເດຍພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ XBB.1.16 ສູງເຖິງ 12,591 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 20 ເມສາ 2023, ກະຊວງສາທາລະນະສຸກອິນເດຍ ໄດ້ຖະແຫລງຂ່າວກ່ຽວກັບສະຖານະການໂຄວິດ-19 ໂດຍສະເພາະຄວາມກັງວົນຕໍ່ເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ XBB.1.16 ທີ່ກຳລັງແພ່ລະບາດໜັກ, ປັດຈຸບັນອິນເດຍພົບຜູ້ຕິດເຊື້ອໃໝ່ສູງເຖິງ 12,591 ຄົນ ເຮັດໃຫ້ສະຖິຕິຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນມາເປັນ 65,286 ຄົນ ໃນຮອບ 8 ເດືອນ….

ອົງການອະນາໄມໂລກເຕືອນ ໂຄວິດ-19 ຈະກັບມາແພ່ລະບາດໄດ້ງ່າຍ

ອົງການອະນາໄມໂລກເຕືອນ ໂຄວິດ-19 ຈະກັບມາແພ່ລະບາດໄດ້ງ່າຍ

ວັນທີ 19 ເມສາ 2023 ຜ່ານມາ  ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ການແພ່ລະບາດຂອງພະຍາດໂຄວິດ-19 ຍັງຄົງກັບມາແພ່ລະບາດໄດ້ງ່າຍ ແລະ ຍັງຄົງເປັນບັນຫາຕໍ່ໄປ ກ່ອນທີ່ການແພ່ລະບາດຈະຢຸດຕິລົງໃນຮູບແບບທີ່ຄາດເດົາໄດ້. ໃນໄລຍະ 28 ວັນ ຜ່ານມາ, WHO ໄດ້ຮັບການລາຍງານວ່າ ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19…

ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ

ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ ແຊງຂຶ້ນໜ້າຈີນ

ກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA) ເປີດເຜີຍຂໍ້ມູນອັບເດດຫລ້າສຸດໃນວັນທີ 19 ເມສາ ໂດຍພົບວ່າອິນເດຍກໍາລັງຈະແຊງຈີນຂຶ້ນເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກໃນກາງປີນີ້. ໂດຍລາຍງານສະຖານະການປະຊາກອນໂລກປີ 2023 (State of World Population Report, 2023) ຂອງ UNFPA ຄາດຄະເນວ່າ: ອິນເດຍຈະມີຈໍານວນປະຊາກອນ 1.428.600.000 ຄົນໃນກາງປີ…

ເດືອນມີນາຜ່ານມາ ມີນັກທ່ອງທ່ຽວຕ່າງປະເທດເດີນທາງໄປຍີ່ປຸ່ນ ສູງສຸດນັບຕັ້ງແຕ່ຜ່ານພົ້ນວິກິດການໂຄວິດ

ເດືອນມີນາຜ່ານມາ ມີນັກທ່ອງທ່ຽວຕ່າງປະເທດເດີນທາງໄປຍີ່ປຸ່ນ ສູງສຸດນັບຕັ້ງແຕ່ຜ່ານພົ້ນວິກິດການໂຄວິດ

ສຳນັກຂ່າວຕ່າງປະເທດລາຍງາຍ: ວັນທີ 19 ເມສາ 2023ນີ້, ອົງການສົ່ງເສີມການທ່ອງທ່ຽວແຫ່ງປະເທດຍີ່ປຸ່ນລາຍງານວ່າ: ນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງເຂົ້າໄປທ່ອງທ່ຽວປະເທດຍີ່ປຸ່ນໃນເດືອນມີນາຜ່ານມາ ມີຈຳນວນປະມານ 1.82 ລ້ານຄົນ, ເພີ່ມຂຶ້ນຈາກສະຖິຕິເດີມເມື່ອເດືອນກຸມພາທີ່ຜ່ານມາເຖິງ 1.48 ລ້ານຄົນ ທັງນີ້ສະຖິຕິດັ່ງກ່າວຖືເປັນສະຖິຕິລາຍເດືອນສູງສຸດນັບຕັ້ງແຕ່ຍີ່ປຸ່ນຜ່ານພົ້ນວິກິດການແພ່ລະບາດຂອງໂຄວິດ-19 , ຢ່າງໃດກໍດີຈຳນວນນັກທ່ອງທ່ຽວດັ່ງກ່າວຍັງໜ້ອຍກວ່າປີ 2019 ປະມານ 34%.

ຂໍ້ຕົກລົງຢຸດຍິງບໍ່ມີຜົນ ກອງທັບຊູດັງ ແລະ ກອງກໍາລັງ RSF ຍັງປະທະເດືອດ ປະຊາຊົນນັບພັນໜີອອກຈາກນະຄອນຫລວງຄາທູມ

ຂໍ້ຕົກລົງຢຸດຍິງບໍ່ມີຜົນ ກອງທັບຊູດັງ ແລະ ກອງກໍາລັງ RSF ຍັງປະທະເດືອດ ປະຊາຊົນນັບພັນໜີອອກຈາກນະຄອນຫລວງຄາທູມ

ກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forces (RSF) ຍັງຕໍ່ສູ້ກັນໃນນະຄອນຫລວງຄາທູມ ຫລັງຈາກຂໍ້ຕົກລົງຢຸດຍິງຄັ້ງຫລ້າສຸດປະສົບຄວາມລົ້ມເຫລວ ສົ່ງຜົນໃຫ້ປະຊາຊົນນັບພັນຄົນຈໍາຕ້ອງອົບພະຍົບໜີອອກຈາກເມືອງທ່າມກາງເຫດປະທະທີ່ທະວີຄວາມຮຸນແຮງຂຶ້ນ. ໂດຍກ່ອນໜ້ານີ້, ນາໆຊາດໄດ້ຮຽກຮ້ອງໃຫ້ກອງກໍາລັງຂອງທັງສອງຝ່າຍເຮັດຂໍ້ຕົກລົງຢຸດຍິງ 24 ຊົ່ວໂມງ ເຊິ່ງຄວນຈະມີຜົນບັງຄັບໃຊ້ໃນເວລາ 18:00 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 19 ເມສາ….

ຊາວເຢເມນແຫ່ມາຮັບເງິນບໍລິຈາກຈົນຢຽບກັນຕາຍ ເສຍຊີວິດແລ້ວຢ່າງໜ້ອຍ 78 ຄົນ

ຊາວເຢເມນແຫ່ມາຮັບເງິນບໍລິຈາກຈົນຢຽບກັນຕາຍ ເສຍຊີວິດແລ້ວຢ່າງໜ້ອຍ 78 ຄົນ

ເກີດເຫດຢຽບກັນຕາຍໃນນະຄອນຫລວງຊານາ ເມືອງຫລວງຂອງເຢເມນ ຫລັງປະຊາຊົນຫລາຍຮ້ອຍຄົນແຫ່ໄປຮັບເງິນບໍລິຈາກຢູ່ໂຮງຮຽນແຫ່ງໜຶ່ງຢ່າງໜາແໜ້ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 78 ຄົນ. ສະຖານີໂທລະພາບ Al Masirah TV ເຊິ່ງດໍາເນີນງານໂດຍກຸ່ມກະບົດຮູຕີ ລາຍງານຂ່າວທີ່ສະຫລົດໃຈໃນວັນທີ 20 ເມສາ ໂດຍລະບຸວ່າ: ຝູງຊົນໄດ້ແຫ່ຍາດກັນໄປຮັບເງິນຊ່ວຍເຫລືອຄົນລະ 9 ໂດລາສະຫະລັດ ທີ່ມີຜູ້ນໍາມາບໍລິຈາກເພື່ອການກຸສົນໃນມື້ສຸດທ້າຍຂອງເດືອນສັກສິດຂອງຊາວມຸດສະລິມ ຈົນເກີດເຫດບໍ່ຄາດຝັນດັ່ງກ່າວ…

ເກີດເຫດໄຟໄໝ້ໂຮງໝໍໃນນະຄອນຫລວງປັກກິ່ງ ເສຍຊີວິດຢ່າງໜ້ອຍ 29 ຄົນ

ເກີດເຫດໄຟໄໝ້ໂຮງໝໍໃນນະຄອນຫລວງປັກກິ່ງ ເສຍຊີວິດຢ່າງໜ້ອຍ 29 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 18 ເມສາ 2023 ຜ່ານມາ, ເກີດເຫດໄຟໄໝ້ທີ່ໂຮງໝໍສາງເຟີງ ໃນນະຄອນຫລວງປັກກິ່ງ. ຄວາມຮຸນແຮງຂອງແປວໄຟເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 29 ຄົນ ແລະ ມີຄົນໄດ້ຮັບບາດເຈັບອີກຫລາຍສິບຄົນ ຈຶ່ງເກີດຄວາມວິຕົກກັງວົນວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ. ຂະນະທີ່ສາເຫດຂອງການເກີດໄຟໄໝ້ໃນຄັ້ງນີ້ຍັງຢູ່ລະຫວ່າງການສອບສວນຂອງໜ່ວຍງານທີ່ກ່ຽວຂ້ອງ.

ຊູດັງປະທະເດືອດຕໍ່ເນື່ອງເປັນວັນທີ 4 ບໍ່ສົນຂໍ້ຕົກລົງຢຸດຍິງ

ຊູດັງປະທະເດືອດຕໍ່ເນື່ອງເປັນວັນທີ 4 ບໍ່ສົນຂໍ້ຕົກລົງຢຸດຍິງ

ການສູ້ຮົບໃນຊູດັງຍັງເປັນໄປຢ່າງດຸເດືອດ ເຖິງວ່າຈະມີການເຮັດຂໍ້ຕົກລົງຢຸດຍິງກໍຕາມ ໂດຍຝ່າຍຂອງກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forces (RSF) ໄດ້ປະທະກັນເພື່ອຊີງສະຖານທີ່ສໍາຄັນໃນນະຄອນຫລວງຄາທູມ, ພ້ອມກ່າວຫາວ່າອີກຝ່າຍລະເມີດຂໍ້ຕົກລົງຢຸດຍິງ. ສຽງປືນຍັງດັງສະໜັ່ນໃນນະຄອນຫລວງຄາທູມວັນທີ 18 ເມສາ ພຽງບໍ່ເທົ່າໃດນາທີຫລັງຈາກຂໍ້ຕົກລົງຢຸດຍິງຄວນມີຜົນບັງຄັບໃຊ້ໃນໄລຍະເວລາ 18:00 ໂມງ ຕາມເວລາທ້ອງຖິ່ນ. ກອງທັບຊູດັງ ແລະ…

UN ປະນາມອາເມລິກາ ດັກຟັງການສື່ສານຂອງເລຂາທິການໃຫຍ່-ເຈົ້າໜ້າທີ່ລະດັບສູງ ຊີ້ບໍ່ສອດຄ່ອງພັນທະກໍລະນີ

UN ປະນາມອາເມລິກາ ດັກຟັງການສື່ສານຂອງເລຂາທິການໃຫຍ່-ເຈົ້າໜ້າທີ່ລະດັບສູງ ຊີ້ບໍ່ສອດຄ່ອງພັນທະກໍລະນີ

ທ່ານ ສເຕຟານ ດູຈາຣິກ ໂຄສົກຂອງທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (UN) ຖະແຫລງຕໍ່ສື່ໃນວັນທີ 18 ເມສາ ໂດຍສະແດງຄວາມ “ກັງວົນ” ຢ່າງເປັນທາງການເຖິງອາເມລິກາ ພາຍຫລັງປາກົດລາຍງານຂ່າວທີ່ເປີດເຜີຍເຖິງການດັກຟັງການສື່ສານຂອງທ່ານ ກູເຕີເຣສ ຕະຫລອດຮອດເຈົ້າໜ້າທີ່ລະດັບສູງຂອງ UN ອີກຫລາຍທ່ານ. ທັງນີ້,…

ຢູເຄຣນ ມີແຜນດຶງດູດ ການຊ່ວຍເຫລືອ ທາງການເງິນ 42ຕື້ໂດລາສະຫະລັດໃນປີນີ້

ຢູເຄຣນ ມີແຜນດຶງດູດ ການຊ່ວຍເຫລືອ ທາງການເງິນ 42ຕື້ໂດລາສະຫະລັດໃນປີນີ້

ສຳນັກຂ່າວ ຊິນ​ຮວາ​ຂອງ ສປ ຈີນ ລາຍງານວ່າ:  ທ່ານ ​ເຊີ​ກີ ນິ​ໂຄ​ໄລ​ຊຸກ (Sergei Nikolaichuk) ຮອງ​ປະທານ ທະນາຄານ​ກາງ ຂອງຢູເຄຣນ (NBU) ​ເປີດ​ເຜີຍ​ວ່າ: ພາຍຫລັງ​ເດີນທາງ​ຢ້ຽມຢາມ ສ.ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ​ແລະ ​ໄດ້ພົບ​ປະ​ກັບ…