ເດືອນມີນາຜ່ານມາ ມີນັກທ່ອງທ່ຽວຕ່າງປະເທດເດີນທາງໄປຍີ່ປຸ່ນ ສູງສຸດນັບຕັ້ງແຕ່ຜ່ານພົ້ນວິກິດການໂຄວິດ

ສຳນັກຂ່າວຕ່າງປະເທດລາຍງາຍ: ວັນທີ 19 ເມສາ 2023ນີ້, ອົງການສົ່ງເສີມການທ່ອງທ່ຽວແຫ່ງປະເທດຍີ່ປຸ່ນລາຍງານວ່າ: ນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງເຂົ້າໄປທ່ອງທ່ຽວປະເທດຍີ່ປຸ່ນໃນເດືອນມີນາຜ່ານມາ ມີຈຳນວນປະມານ 1.82 ລ້ານຄົນ, ເພີ່ມຂຶ້ນຈາກສະຖິຕິເດີມເມື່ອເດືອນກຸມພາທີ່ຜ່ານມາເຖິງ 1.48 ລ້ານຄົນ
ທັງນີ້ສະຖິຕິດັ່ງກ່າວຖືເປັນສະຖິຕິລາຍເດືອນສູງສຸດນັບຕັ້ງແຕ່ຍີ່ປຸ່ນຜ່ານພົ້ນວິກິດການແພ່ລະບາດຂອງໂຄວິດ-19 , ຢ່າງໃດກໍດີຈຳນວນນັກທ່ອງທ່ຽວດັ່ງກ່າວຍັງໜ້ອຍກວ່າປີ 2019 ປະມານ 34%.

