ເກີດເຫດໄຟໄໝ້ໂຮງໝໍໃນນະຄອນຫລວງປັກກິ່ງ ເສຍຊີວິດຢ່າງໜ້ອຍ 29 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 18 ເມສາ 2023 ຜ່ານມາ, ເກີດເຫດໄຟໄໝ້ທີ່ໂຮງໝໍສາງເຟີງ ໃນນະຄອນຫລວງປັກກິ່ງ. ຄວາມຮຸນແຮງຂອງແປວໄຟເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 29 ຄົນ ແລະ ມີຄົນໄດ້ຮັບບາດເຈັບອີກຫລາຍສິບຄົນ ຈຶ່ງເກີດຄວາມວິຕົກກັງວົນວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ.

ຂະນະທີ່ສາເຫດຂອງການເກີດໄຟໄໝ້ໃນຄັ້ງນີ້ຍັງຢູ່ລະຫວ່າງການສອບສວນຂອງໜ່ວຍງານທີ່ກ່ຽວຂ້ອງ.